ລັດຖະມົນຕີ ເຈີ່ນຕ໋ວນແອງ ພົບປະ 2 ຝ່າຍກັບຜູ້ຕາງໜ້າ ຍີ່ປຸ່ນ, ຈີເລ ແລະ ແມັກຊີໂກ

(VOVWORLD) - ຫວຽດນາມ ໄດ້ຕີລາຄາສູງບົດບາດນຳພາຂອງຍີ່ປຸ່ນ, ພິເສດແມ່ນຂອງລັດຖະມົນຕີ Motegi ໃນຕະຫຼອດວິວັດທະນາການຊຸກຍູ້ ແລະ ເຈລະຈາເພື່ອແນໃສ່ບັນລຸໄດ້  CPTPP

ລັດຖະມົນຕີ ເຈີ່ນຕ໋ວນແອງ ພົບປະ 2 ຝ່າຍກັບຜູ້ຕາງໜ້າ ຍີ່ປຸ່ນ, ຈີເລ ແລະ ແມັກຊີໂກ - ảnh 1 ທ່ານຮອງລັດຖະມົນຕີ ບຸ່ຍແທງເຊີນ ແລະ ທ່ານ Toshimitsu Motegi ຜູ້ຮັບຜິດຊອບເຈລະຈາ CPTPP ຍີ່ປຸ່ນ

(ພາບ: ສຳນັກຂ່າວສານຫວຽດນາມ)

 

ວັນທີ 9 ມີນາ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ, ການຄ້າ ຫວຽດນາມ ເຈີ່ນຕ໋ວນແອງ ມີການພົບປະ 2 ຝ່າຍກັບທ່ານລັດຖະມົນຕີບັນດາປະເທດຄື: ຍີ່ປຸ່ນ, ຈີເລ ແລະ ແມັກຊີໂກ ຢູ່ນອກພິທີລົງນາມໃນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມ ປາຊີຟິກ (CPTPP) ທີ່ຈັດຕັ້ງຢູ່ ຈີເລ.

        ໃນການພົບປະກັບທ່ານ Toshimitsu Motegi, ລັດຖະມົນຕີສ້າງຕັ້ງເສດຖະກິດຍີ່ປຸ່ນຄືນໃໝ່, ທ່ານລັດຖະມົນຕີ ເຈີ່ນຕ໋ວນແອງ  ເນັ້ນໜັກວ່າ: ຫວຽດນາມ ໄດ້ຕີລາຄາສູງບົດບາດນຳພາຂອງຍີ່ປຸ່ນ, ພິເສດແມ່ນຂອງລັດຖະມົນຕີ Motegi ໃນຕະຫຼອດວິວັດທະນາການຊຸກຍູ້ ແລະ ເຈລະຈາເພື່ອແນໃສ່ບັນລຸໄດ້  CPTPP. ພິເສດ, ຫວຽດນາມ ຂອບອົກຂອບໃຈການໜູນຊ່ວຍຕັ້ງໜ້າ, ມີປະສິດທິຜົນຂອງຍີ່ປຸ່ນ, ພິເສດແມ່ນກະໂຕທ່ານລັດຖະມົນຕີ Motegi ເອງ, ໃນການເກ້ຍກ່ອມບັນດາສະມາຊິກຂອງ CPTPP ອື່ນໆເຫັນດີສະຫງວນຄວາມໄຫວພິບສຳລັບ ຫວຽດນາມ ຕໍ່ບັນດາບັນຫາເຊິ່ງ ຫວຽດນາມ ມີຄວາມສົນໃຈ.

        ທີ່ການພົບປະກັບທ່ານ Healdo Munos, ລັດຖະມົນຕີການຕ່າງປະເທດ ຈີເລ, ທ່ານລັດຖະມົນຕີ ເຈີ່ນຕ໋ວນແອງ ເນັ້ນໜັກວ່າ: ຫວຽດນາມ ຊົມເຊີຍ ແລະ ຕີລາຄາສູງເລື່ອງ ຈີເລເປັນເຈົ້າພາບຈັດຕັ້ງພິທີລົງນາມໃນສັນຍາ CPTPP. ທ່ານລັດຖະມົນຕີ ເຈີ່ນຕ໋ວນແອງ ຢັ້ງຢືນວ່າ: ຫວຽດນາມ ຕັດສິນໃຈພ້ອມກັບ ຈີເລ ແລະ ບັນດາປະເທດ ປະຕິບັດສັນຍາສະບັນນີ້ໂດຍໄວ ເພື່ອແນໃສ່ຫັນບັນດາຜົນປະໂຫຍດເຊິ່ງສັນຍານີ້ນຳມາໃຫ້ບັນດາວິສາຫະກິດ ແລະ ປະຊາຊົນບັນດາປະເທດເຂົ້າຮ່ວມໃຫ້ປະກົດຜົນເປັນຈິງ.

        ໃນການພົບປະກັບທ່ານ Ildefonso Guajardo, ລັດຖະມົນຕີເສດຖະກິດ ແມັກຊີໂກ, 2 ຝ່າຍໄດ້ດຳເນີນການແລກປ່ຽນບັນດາເອກະສານ 2 ຝ່າຍເຊິ່ງລັດຖະມົນຕີ 2 ທ່ານໄດ້ລົງນາມໃນຂອບເຂດການເຈລະຈາສັນຍາ CPTPP. ນອກຈາກນັ້ນ, 2 ຝ່າຍກໍ່ໄດ້ປຶກສາຫາລືບາງເນື້ອໃນເພື່ອແນໃສ່ກະກຽມໃຫ້ແກ່ການໃຫ້ສັດຕະຍາບັນ ແລະ ການປະຕິບັດສັນຍາ CPTPP ໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ