(vovworld) - ຕອນບ່າຍວັນທີ 13 ກັນຍາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນທ້ຽນເຍີນ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງນັກຮົບເກົ່າ ແລະ ຜູ້ອາວຸໂສ ອັງໂກລາ, ພົນເອກ Kundi Paihama. ທ່ານຮອງນາຍົກລັດຖະມົນຕີ ຫງວຽນທຽນເຍີນ ໄດ້ສະເໜີໃຫ້ລັດຖະບານອັງໂກລາ ອະນຸຍາດສ້າງຕັ້ງກຸ່ມປະຕິບັດງານກ່ຽວກັບຂົງເຂດສັງຄົມໃນຄະນະກຳມະການປະສົມຫວຽດນາມ - ອັງໂກລາ, ຜ່ານນັ້ນຊຸກຍູ້ການຮ່ວມມືລະຫວ່າງບັນດາອົງການທີ່ເທົ່າທັດທຽມຂອງ 2 ປະເທດໃນຂົງເຂດແຮງງານ, ສັງຄົມ; ຊຸກຍູ້ການຮ່ວມມືໃນການຮັບ, ຄຸ້ມຄອງຄົນງານຫວຽດນາມ ໄປເຮັດວຽກຖືກຕາມກົດໝາຍອັງໂກລາ. ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ ອັງໂກລາ ຕ້ອງຍູ້ແຮງເລື່ອງລົງນາມໃນຂໍ້ຕົກລົງແມ່ລະຫວ່າງ 2 ປະເທດ ກ່ຽວກັບການຮ່ວມມືໃນຂົງເຂດແຮງງານ, ບຳລຸງສ້າງວິຊາຊີບ ແລະ ສະຫວັດດີການສັງຄົມ. ດຳເນີນການເຈລະຈາ ແລະ ລົງນາມໃນຂໍ້ຕົກລົງສະເພາະກ່ຽວກັບການຮ່ວມມືດ້ານແຮງງານໂດຍໄວ ເພື່ອແນໃສ່ສ້າງກົນໄກຄັດເລືອກ ແລະ ຄຸ້ມຄອງຄົນງານຫວຽດນາມ ຢູ່ອັງໂກລາ, ຮັບປະກັນບັນດາປັດໃຈຖືກຕາມກົດໝາຍ ແລະ ຄວາມສະຫງົບ.