ລັດຖະມົນຕີກະຊວງຕຳຫຼວດ ໂຕເລີມ ເຂົ້າຮ່ວມກອງປະຊຸມການນຳຮັບຜິດຊອບຄວາມໝັ້ນຄົງ ລັດເຊຍ

(VOVWORLD) - ດ້ວຍຫົວຂໍ້ຕົ້ນຕໍ “ບັນດາຄວາມເຄັ່ງຕຶງສາກົນ: ຈາກການປະທະກັນຕະຫຼອດຮອດການເຈລະຈາ”, ໃນວັນທີ 25 – 26 ເມສາ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລືບັນດາບັນຫາຮ້ອນເຮັ່ງ ໃນຂົງເຂດຄວາມໝັ້ນຄົງສາກົນ ແລະ ພາກພື້ນ;
ລັດຖະມົນຕີກະຊວງຕຳຫຼວດ ໂຕເລີມ ເຂົ້າຮ່ວມກອງປະຊຸມການນຳຮັບຜິດຊອບຄວາມໝັ້ນຄົງ ລັດເຊຍ - ảnh 1ການພົບປະຂອງທ່ານລັດຖະມົນຕີ ໂຕເລີມ ກັບການນຳປະເທດຕ່າງໆຢູ່ນອກກອງປະຊຸມ

ວັນທີ 25 ເມສາ, ກອງປະຊຸມສາກົນປະຈຳປີຄັ້ງທີ 9 ການນຳຂັ້ນສູງຮັບຜິດຊອບຄວາມໝັ້ນຄົງໄດ້ໄຂຂຶ້ນຢູ່ນະຄອນ Sochi (ສະຫະພັນລັດເຊຍ). ເຂົ້າຮ່ວມກອງປະຊຸມມີຜູ້ແທນຈາກ 118 ປະເທດ ແລະ ຜູ້ຕາງໜ້າ ສປຊ. ຄະນະຜູ້ແທນ ຫວຽດນາມ ໂດຍ ທ່ານພົນໂທ ໂຕເລີມ, ລັດຖະມົນຕີກະຊວງຕຳຫຼວດ ນຳໜ້າ.

        ດ້ວຍຫົວຂໍ້ຕົ້ນຕໍ “ບັນດາຄວາມເຄັ່ງຕຶງສາກົນ: ຈາກການປະທະກັນຕະຫຼອດຮອດການເຈລະຈາ”, ໃນວັນທີ 25 – 26 ເມສາ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລືບັນດາບັນຫາຮ້ອນເຮັ່ງ ໃນຂົງເຂດຄວາມໝັ້ນຄົງສາກົນ ແລະ ພາກພື້ນ; ກ່ຽວກັບການຫັນປ່ຽນຍຸດທະສາດ ແລະ ຍຸດໂທບາຍຂອງບັນດາອົງການກໍ່ການຮ້າຍສາກົນ, ບັນດາບັນຫາຮັບປະກັນຄວາມປອດໄພຂໍ້ມູນຂ່າວສານທົ່ວໂລກ…

        ທີ່ກອງປະຊຸມ, ທ່ານລັດຖະມົນຕີຕຳຫຼວດ ຫວຽດນາມ ໂຕເລີມ ມີບົດປະກອບຄຳເຫັນດ້ວຍຫົວຂໍ້ວ່າ “ການຫັນປ່ຽນຍຸດທະສາດ, ຍຸດໂທບາຍຂອງບັນດາອົງການກໍ່ການຮ້າຍສາກົນ”, ໃນນັ້ນ ເນັ້ນໜັກເຖິງການແກ້ໄຂການກໍ່ການຮ້າຍແມ່ນບັນຫາຍາວນານ, ຕ້ອງມີການສົມທົບກັນຢ່າງຕັ້ງໜ້າຄົບຊຸດ ແລະ ມີຄວາມຮັບຜິດຊອບຂອງຫຼາຍປະເທດ. ທ່ານລັດຖະມົນຕີ ໂຕເລີມ ໄດ້ຊີ້ແຈ້ງທັດສະນະຂອງ ຫວຽດນາມ ແມ່ນຕ້ອງມີມາດຕະການລວມ, ເປັນເອກະພາບໃນສາກົນສຳລັບບັນຫານີ້; ບັນດາປະເທດກ່ຽວຂ້ອງ ແລະ ປະຊາຄົມສາກົນຕ້ອງສົມທົບກັນແກ້ໄຂສາຍເຫດຂອງບັນຫາຢ່າງເຖິງຖອງ, ພິເສດແມ່ນສົມທົບກັນຢຸດຕິສະພາບປະທະກັນດ້ວຍກຳລັງປະກອບອາວຸດ, ສ້າງສັນຕິພາບຄືນໃໝ່, ສ້າງສະຖຽນລະພາບຢູ່ເຂດເກີດສົງຄາມ, ພ້ອມທັງເພີ່ມທະວີການຮ່ວມມືປ້ອງກັນ, ຕ້ານການກໍ່ການຮ້າຍ, ຫົວຮຸນແຮງສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ