ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຟານ​ວັນ​ຢາງ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສະ​ພາ​ວະ​ສຸກ​ເສີນ ສະ​ຫະ​ພັນ ລັດ​ເຊຍ

(VOVWORLD) - ຕອນບ່າຍວັນທີ 9 ພະຈິກ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຟານວັນຟາງ ໄດ້ໃຫ້ການຕ້ອນຮັບທ່ານ Aleksandr Vyacheslavovich Kurenkov ລັດຖະມົນຕີກະຊວງ ສະພາວະສຸກເສີນສະຫະພັນ ລັດເຊຍ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຟານ​ວັນ​ຢາງ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສະ​ພາ​ວະ​ສຸກ​ເສີນ ສະ​ຫະ​ພັນ ລັດ​ເຊຍ - ảnh 1ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຟານວັນຟາງ ໃຫ້ການຕ້ອນຮັບທ່ານ Aleksandr Vyacheslavovich Kurenkov ລັດຖະມົນຕີກະຊວງ ສະພາວະສຸກເສີນສະຫະພັນ ລັດເຊຍ (ພາບ:  qdnd.vn)

ທີ່ການຕ້ອນຮັບ, ທ່ານລັດຖະມົນຕີປ້ອງກັນປະເທດ ຟານວັນຢາງ ໄດ້ຢັ້ງຢືນວ່າ ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງຝ່າຍ ສວມບົດບາດຫຼັກແຫຼ່ງໃນການພົວພັນ ຫວຽດນາມ - ສະຫະພັນ ລັດເຊຍ. ສອງຝ່າຍໄດ້ຮັກສາບັນດາກົນໄກຮ່ວມມືຢ່າງມີປະສິດທິຜົນຄື: ຄະນະກຳມະການປະສົມລະຫວ່າງລັດຖະບານ ກ່ຽວກັບສູນເຂດຮ້ອນ ຫວຽດນາມ - ລັດເຊຍ, ການໂອ້ລົມເຈລະຈາ ຍຸດທະສາດປ້ອງກັນຊາດ ຂັ້ນຮອງລັດຖະມົນຕີ…

ທ່ານລັດຖະມົນຕີ ໄດ້ສະເໜີບັນດາອົງການທີ່ມີໜ້າທີ່ ຮັບຜິດຊອບຂອງ ກະຊວງສະພາບວະສຸກເສີນ ສະຫະພັນລັດເຊຍ ປັບປຸງ, ເພີ່ມທະວີການຮ່ວມມືກັບ ກົມກູ້ໄພກູ້ຊີບ (ກະຊວງປ້ອງກັນປະເທດ ຫວຽດນາມ) - ຫ້ອງວ່າການຄະນະກຳມະການແຫ່ງຊາດກ່ຽວກັບການຮັບມືກັບໄພພິບັດ, ທຳມະຊາດ ແລະ ຊອກຫາກູ້ໄພ ຂອງ ຫວຽດນາມ, ເອົາໃຈໃສ່ເຖິງບັນດາຂົງເຂດຄື: ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ການບຳລຸງສ້າງ, ແລກປ່ຽນວິຊາການ.

ສ່ວນທ່ານ Aleksandr Vyacheslavovich Kurenkov ໃຫ້ຮູ້ວ່າ: ລັດເຊຍ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນປະສົບການ, ວິຊາສະເພາະ ແລະ ປາດຖະໜາກຢາກຖອດຖອນບົດຮຽນຂອງ ຫວຽດນາມ ໃນຂົງເຂດຮັບມືກັບໄພທຳມະຊາດ, ທ່ານຫວັງວ່າຈະສືບຕໍ່ຜັນຂະຫຍາຍບັນດາການຮ່ວມມືຢ່າງເລິກເຊິ່ງກ່ວາອີກໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ