ລັດຖະມົນຕີການຕ່າງ ປະເທດ ອາຣັບ ແລະ ລັດເຊຍ ອອກມະຕິກ່ຽວກັບ ສະພາບການຢູ່ ຊີຣີ
ລັດຖະມົນຕີການຕ່າງປະເທດລັດເຊຍ
ທີ່ການປະຊຸມຂ່າວກັບສະຫະພັນອາຣັບ
(ພາບ:baomoi.com)
|
( vovworld ) – ວັນທີ 10/3, ຢູ່ ກາຍໂຣ ປະເທດເອີຢີບ, ລັດຖະມົນຕີການຕ່າງປະເທດບັນດາປະເທດ ອາຣັບ ແລະ ລັດເຊຍ ໄດ້ດຳເນີນປານປະຊຸມເພື່ອປຶກສາຫາລືວິທີຢຸດຕິວິກິດການຢູ່ ຊີຣີ. ບັນດາທ່ານລັດຖະມົນຕີການຕ່າງປະເທດ ໄດ້ຮັບຮອງເອົາມະຕິ, ຕາມນັ້ນໄດ້ເຫັນດີເປັນເອກະສັນກ່ຽວກັບການສ້າງຕັ້ງກົນໄກ “ຕິດຕາມກວດກາຢ່າງພາວະວິໄສ“ ກ່ຽວກັບສະພາບການຢູ່ ຊີຣີ, ພ້ອມທັງເຫັນດີເປັນເອກະສັນຈະບໍ່ມີການແຊກແຊງຂອງຕ່າງປະເທດເຂົ້າ ຊີຣີ. ບັນດາທ່ານລັດຖະມົນຕີການຕ່າງປະເທດ ກໍ່ຮຽກຮ້ອງໃຫ້ການບໍ່ກີດຂວາງບັນດາການເຄື່ອນໄຫວກູ້ຊ່ວຍມະນຸດສະທຳຢູ່ ຊີຣີ ແລະ ສະໜັບສະໜູນຊະຕາກຳຂອງທູດພິເສດສະຫະປະຊາຊາດຢູ່ ດາມາສ. ກ່ຽວຂ້ອງເຖິງບັນຫາ ຊີຣີ, ວັນທີ 10/3, ປະທານາທິບໍດີ ຊີຣີ Bashar Al Assad ປະກາດວ່າ ປະເທດນີ້ ພ້ອມແລ້ວທີ່ຈະເຂົ້າຮ່ວມທຸກຄວາມມານະພະຍາຍາມ ເພື່ອແນໃສ່ຊອກຫາມາດຕະການຢຸດຕິວິກິດການດ້ານການເມືອງຢູ່ປະເທດນີ້. ຕາມສຳນັກຂ່າວສານທາງການ SANA ແລ້ວ, ປະທານາທິບໍດີ ຊີຣີ Bashar Al Assad ໄດ້ຍົກອອກຄຳປະກາດດັ່ງກ່າວ ໃນການພົບປະກັບອະດີດເລຂາທິການໃຫ່ຍສະຫະປະຊາຊາດ, ທ່ານ Kofi Annan ຊື່ງພວມຢູ່ຢ້ຽມຢາມ ຊີຣີ ໃນຖານະເປັນທູດພິເສດສະຫະປະຊາຊາດ ແລະ ສະຫະພັນ ອາຣັບ.