ລັດຖະມົນຕີການຕ່າງ ປະເທດອາເມລິກາ ມາຢ້ຽມຢາມຫວຽດນາມ

ລັດຖະມົນຕີການຕ່າງ ປະເທດອາເມລິກາ ມາຢ້ຽມຢາມຫວຽດນາມ - ảnh 1
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ Pham Binh Minh
 ແລະ ທ່ານນາງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ
( ພາບປະກອບຈາກ AP )

( vovworld )   ວັນ​ທີ 10/7, ທ່ານ​ນາງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ Hillary Clinton ​ເລີ່​ມຕົ້ນການ​ເດີນ​ທາງມາ​ຢ້ຽມຢາມ​ຫວຽດນາມ, ກ່ອນ​ທີ່​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳຄັນ​ຂອງ​ພາກ​ພື້ນ. ​ໃນ 2 ມື້​ຢູ່​ຢ້ຽມຢາມ​ຫວຽດນາມ, ຕອນ​ບ່າຍ​ວັນ​ທີ 10/7, ຢູ່ ຮ່າ​ໂນ້ຍ, ທ່ານ​ນາງ Hillary Clinton ​​​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ Pham Binh Minh ​​ກ່ຽວ​ກັບ​ການຮ່ວມ​ມື​ທາງ​ດ້ານ​ເສດຖະກິດ, ການ​ຄ້າ, ວິທະຍາສາດ​ເຕັກ​ນິກ, ການສຶກສາ…, ທັງ​ສອງ​ຝ່າຍ​ກໍ່​​ໄດ້ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ຮ່ວມ​ມື​ໃນ​ຂົງ​ເຂດ​ມະນຸດສະທຳ, ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ. ສອງຝ່າ​ຍກໍ່​ໄດ້​ແລກປ່ຽນ​ກ່ຽວ​ກັບ​ບັນຫາ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ຖາບ, ການ​ຮ່ວມ​ມື​ປ້ອງ​ກັນ​ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ​ ເຫັນ​ດີ​ເປັນ​ເອກະ​ພາບ​ນຳ​ກັນ​ວ່າ, ທຸກ​ການ​ພິພາດ​ອະທິປະ​ໄຕ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ຄວນ​ໄດ້​ຮັບ​ການ​ແກ້​ໄຂ​ດ້ວຍ​ສັນຕິ​ວິທີ​ ບົນ​ພື້ນຖານ​ກົດໝາຍ​ສາກົນ, ພິ​ເສດ​ແມ່ນ​ສົນທິສັນຍາ​ກົດໝາຍ​ທະ​ເລ​ວ່າ​ດ້ວຍ​ທະ​ເລ​ຂອງ​ສະຫະ​ປະຊາ​ຊາດ ປີ 1982, ພ້ອມ​ທັງ​ປະຕິບັດ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະ​ພືດ​ຂອງ​ບັນດາຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ເຊິ່ງ​ໄດ້​ຮັບ​ການ​ລົງ​ນາມ​ເມື່ອ​ປີ 2002 ລະຫວ່າງ ອາ​ຊຽນ ​ແລະ ຈີນ. ​ເມື່ອ​ພົບ​ປະ​ກັບ​ວົງ​ການ​ນັກ​ຂ່າວ​ຫວຽດນາມ ​ແລະ ສາກົນ, ທ່ານ​ນາງ Hillary Clinton ​ໄດ້​ຕີ​ລາຄາ​ສູງ​ບົດບາດ​ຂອງ​ຫວຽດນາມ​ ໃນ​ພາກ​ພື້ນ, ທ່ານ​ນາງ​ເວົ້າ​ວ່າ:

”ຫວຽດນາມ​ພວມ​ພົ້ນ​ເດັ່ນ​ຂຶ້ນ ​ແມ່ນ​ກາ​ນນຳ​ຢູ່​ພາກ​ພື້ນ​ອະນຸ​ກຳ ມະການ​ແມ່​ນ້ຳຂອງ ກໍ່​ຄື​ໃນ​ພາກ​ພື້ນ​ອາ​ຊຽນ. ອາ​ເມ​ລິ​ກາ​ຕີ​ລາຄາ​ສູງ​ການ​ປະກອບສ່ວນ​ຂອງ​ຫວຽດນາມ ​ເຂົ້າ​ໃນ​ການ​ແກ້​ໄຂ​ການ​ພິພາດ​ສັນຕິພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ອາ​ເມ​ລິ​ກາ​ຫວັງ​ວ່າ, ຫວຽດນາມ ຈະ​ພ້ອມ​ກັບ​​ປະ​ເທດຕ່າງໆ ​ແລະ​ ຈີນ ປັບປຸງ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ນປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​​ແນ​ໃສ່​ແກ້​ໄຂ​ການ​ພິພາດ​ທີ່​ພວມ​ເກີດ​ຂຶ້ນ​ຕາມ​ກົດໝາຍ​ສາກົນ”

ເມື່ອ​ຕອບ​ຄຳ​ຖາມ​ຕໍ່​ນັກ​ຂ່າວ​ຫວຽດນາມ ກ່ຽວ​ກັບ​ເລື່ອງ ອາ​ເມ​ລິ​ກາ​ຈະ​ມີ​ບັນດາ​ມາດ​ຕະການ​ອັນ​ລະອຽດ​ໃດໆ ​ເພື່ອ​ຊຸກຍູ້​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ, ທ່ານ​ນາງ Hillary Clinton ຢັ້ງຢືນ​ວ່າ:

”ພວກ​ຂ້າພະ​ເຈົ້າ​ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ເຖິງ​ບັນຫາ​ນີ້ ​ແລະ ອາ​ເມ​ລິ​ກາ​ໄດ້​ເພີ່ມ​ຄຳ​ໝັ້ນ​ສັນຍາ​ກ່ຽວ​ກັບ​ດ້ານ​ການ​ເງິນ​ແລ້ວ. ກ່ຽວ​ກັບ​ບັນຫາ​ຊອກ​ຫາ​ອັດຖິ​ທະຫານ​ອາ​ເມ​ລິ​ກາ​ທີ່​ຫາຍ​ສາບ​ສູນ​ໃນ​ປາງ​ສົງຄາມ​ຢູ່​ຫວຽດນາມ, ອາ​ເມ​ລິ​ກາ ​ຕີ​ລາຄາ​ສູງ​ການ​ສະໜັບສະໜູນ​ຂອງ​ຫວຽດນາມ​ ໃນ 2 ທົດ​ສະ​ວັດກວ່າ​ທີ່​ຜ່ານ​ມາ. ກົງກັນຂ້າມ, ຝ່າຍ​ອາ​ເມ​ລິ​ກາ​ ກໍ່​ຈະ​ໜູນ​ຊ່ວຍ​ຫວຽດນາມ ​ໃນ​ການ​ສະໜອງ​ສຳ​ເນົາ​ເອກະສານ​ກ່ຽວ​ກັບ​ທະຫານ​ຫວຽດນາມ ​ທີ່​ຫາຍ​ສາບ​ສູນ​ໃນ​ປາງ​ສົງຄາມ”

ຕໍ່​ຈາກ​ນັ້ນ, ທ່ານ​ນາງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ Hillary Clinton ກໍ່​​ໄດ້​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ 20 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ກອງ​ທຶນ​ສຶກສາ fulbright ຢູ່​ມະຫາວິທະຍາ​ໄລ​ການ​ຄ້າ​ຕ່າງປະ​ເທດ ຮ່າ​ໂນ້ຍ. ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ອາ​ດີດ​ນັກ​ສຶກສາ​ຂອງ​​ໂຄງການ​ນີ້ກວ່າ 600 ຄົນ. Fulbright ​ແມ່ນ​ໂຄງການ​ໂດຍ​ສະມາຊິກ​ສະພາ​ສູງ ອາ​ເມ​ລິ​ກາ William fulbright ສ້າງ​ຂຶ້ນ​ແຕ່​ປີ 1946, ດ້ວຍ​ຈຸດໝາຍ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ລະຫວ່າງ​ປະຊາຊົນ ອາ​ເມ​ລິ​ກາ ​ກັບປະ​ເທດ​ອື່ນໆ ຜ່ານ​ການ​ແລກປ່ຽນ​ວັດທະນະທຳ.

ຂ່າວ/ບົດ​ອື່ນ