ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ເຈລະຈາກັບ ຮອງນາຍົກລັດຖະມົນຕີແບນຊິກ

ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ເຈລະຈາກັບ ຮອງນາຍົກລັດຖະມົນຕີແບນຊິກ - ảnh 1
ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ແລະ ຮອງນາຍົກລັດຖະມົນຕີແບນຊິກ
(ພາບ: http://vietnamnet.vn)

( vovworld ) - ຕອນ​ເຊົ້າ​ວັນ​ທີ 13/3, ຢູ່​ຮ່າ​ໂນ້ຍ, ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານຮອງ​ນາຍົກລັດຖະມົນຕີທັງ​​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ລາຊະ​ອານາຈັກແບນ​ຊິກ Didier Reynders, ທີ່​ການ​ເຈລະຈາ, ສອງ​ຝ່າຍ​ໄດ້​ແລກປ່ຽນ​ຫຼາຍ​ບັນຫາ​​ເຊິ່ງກ່ຽວ​ຂ້ອງ​ເຖິງການ​ຊຸກຍູ້​ສາຍ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ​ແບນ​ຊິກ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ​ໃຫ້​ຮູ້​ວ່າ.

“ ບົນພື້ນຖານ​ບັນດາ​ການ​ເຈລະຈາ​ອັນ​ດີງາມ​ລະຫວ່າງ​ອົງ​ມົງກຸດ​ລາຊະ​ກຸມມານ​ແບນ​ຊິກ ​ແລະ ທ່ານ​ປະທານ​ປະ​ເທດ ​ເຈ​ືອງ​ເຕີນ​ຊາງ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ໃນ​ວັນ​ທີ 12/3, ພວກ​ຂ້າພະ​ເຈົ້າ​ໄດ້​ເຫັນ​ດີ​ນຳ​ກັນ​ວ່າ ສອງ​ຝ່າຍ​ຄວນສືບ​ຕໍ່​ແລກປ່ຽນ​​ບັນດາ​ຄະນະ​ຜູ້​ແທນ, ຂັ້ນ​ຕ່າງໆ, ສົມທົບ​ກັບການ​ເຄື່ອນ​ໄຫວ​ຕ່າງໆເພື່ອ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ດ້ານ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ​ຫວຽດນາມ ​ແລະ ​ແບນ​ຊິກ ​ໃນ​ປີ 2013, ຍູ້​ແຮງ​ການ​ຮ່ວມ​ມື​ໃນ​​ຂົງ​ເຂດ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ, ວິທະຍາສາດ, ສຶກສາ. ພວກ​ຂ້າພະ​ເຈົ້າ​ກໍ່​ເຫັນ​ດີກ່ຽວ​ກັບກາ​ນຍູ້​ແຮງ​ການ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ເຊິ່ງ​ບັນລຸ​ໄດ້ ​ແລະ ສືບ​ຕໍ່​ປັບປຸງ​ບັນດາ​ກົນ​​ໄກ​​ທີ່​ມີ​ຢູ່​ແລ້ວບັນ​ຄື ຄະນະ​ກຳມະການ​ປະສົມ​ກ່ຽວ​ກັບ​ການ​ຮ່ວມ​ມື​ພັດທະນາ, ກ່ຽວ​ກັບ​ການຮ່ວມ​ມື​ດ້ານ​ເສດຖະກິດ, ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ, ​ເພີ່ມ​ທະວີ​ແລກປ່ຽນ ​ແລະ ທາ​ບທາມ​ຄຳ​ເຫັນເປັນ​ປະຈຳ​ລະຫວ່າງ​ສອງ​ກະຊວງ​ການ​ຕ່າງປະ​ເທດ”

ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ກໍ​ໃຫ້​ຮູ້​ວ່າ, ສອງ​ຝ່າຍ​​ໄດ້​ເປັນ​ເອກະ​ພາບ​ນຳ​ກັນຈະ​ສ້າງ​ເງື່ອນ​ໄຂ​ສະດວກ​​ເພື່ອໃຫ້​​ບັນດາ​ວິ​ສາ​ຫະກິດ, ນັກ​ລົງທຶນ​ສອງ​ປະ​ເທດ​​ພົວພັນ​ຮ່ວມ​ມື, ຊອກ​ຮູ້​ຕະຫຼາດ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ບັນດາ​ຂົງ​ເຂດ​ເຊິ່ງ​ແບນ​ຊິກ ມີ​ທ່າ​ແຮງ ​ແລະ ຫວຽ​ດນາມ ມີ​ຄວາມ​ຕ້ອງການ​ຄື, ພື້ນຖານ​ໂຄງ​ລ່າງ, ການພັດທະນາ​ທ່າ​ກຳ​ປັ່ນທະ​ເລ ​ແລະ ການ​ບໍລິການ​ພາລະ​ທິການ, ຄົມມະນາຄົມ​ຂົງສົ່ງ, ​ເຕັກ​ໂນ​ໂລ​ຊີ​ສູງ ​ແລະ ສາທາລະນະ​ສຸກ.
ຂ່າວ/ບົດ​ອື່ນ