(vovworld) – ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານລັດຖະມົນຕີການຕ່າງປະເທດ ອັງໂກລາ Georges Rebelo Chicoti, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ນມິນ ມີການຢ້ຽມຢາມ ສ ອັງໂກລາ ແຕ່ວັນທີ 7 – 8/8/2013 ຢ່າງເປັນທາງການ. ລັດຖະມົນຕີການຕ່າງປະເທດ ທັງ 2 ທ່ານມີການເຈລະຈາເພື່ອຕີລາຄາສະພາບພົວພັນ 2 ຝ່າຍ ຫວຽດນາມ - ອັງໂກລາ ໃນໄລຍະຜ່ານມາ ແລະ ປຶກສາຫາລືບັນດາທິດທາງ, ມາດຕະການເພື່ອແນໃສ່ຊຸກຍູ້ການພົວພັນລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ, ພິເສດແມ່ນການຮ່ວມມືລົງທຶນ ແລະ ການຄ້າ. 2 ຝ່າຍເຫັນດີເປັນເອກະສັນຈະດຳເນີນການເຈລະຈາໂດຍໄວ, ມຸ່ງໄປເຖິງການເຊັນສັນຍາແມ່ກ່ຽວກັບການຮ່ວມມືລະຫວ່າງ 2 ປະເທດໃນບັນດາຂົງເຂດຮັບປະກັນຊີວິດສັງຄົມ, ລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ, ຄົນງານ ແລະ ສອນວິຊາຊີບ ໂດຍໄວ. ອັງໂກລາ ເຫັນດີເປັນເອກະສັນພ້ອມກັບຝ່າຍ ຫວຽດນາມ ສ້າງເງື່ຶອນໄຂອຳນວຍຄວາມສະດວກເພື່ອໃຫ້ພົນລະເມືອງ ຫວຽດນາມ ດຳລົງຊີວິດ ແລະ ເຮັດວຽກຢູ່ ອັງໂກລາ. ໃນຂອບເຂດການຢ້ຽມຢາມ, ທ່ານລັດຖະມົນຕີການຕ່າງປະເທດ ຟ້າມບິ່ນມິນ ໄດ້ເຂົ້າຢ້ຽມຂຳ່ນັບທ່ານຮອງປະທານາທິບໍດີ ອັງໂກລາ Manuel Vicente ແລະ ມີການເຮັດວຽກກັບລັດຖະມົນຕີ ນ້ຳມັນອາຍແກດ, ລັດຖະມົນຕີ ບໍລິຫານແຫ່ງລັດ - ແຮງງານ ແລະ ສະຫວັດດີການສັງຄົມ ອັງໂກລາ.