ລັດຖະມົນຕີການຕ່າງປະເທດ ອາເມລິກາ ຍົກໃຫ້ເຫັນທັດສະນາກ່ຽວກັບການລົງໂທດ ສປປ.ເກົາຫຼີ

(VOVWORLD) -ທ່ານ Mike Pompeo ລັດຖະມົນຕີການຕ່າງປະເທດ ອາເມລິກາ ໄດ້ສະແດງຄວາມເຊື່ອໝັ້ນວ່າ ບັນດາຄໍາສັ່ງລົງໂທດ ຢ່າງລຽນຕິດ ຈະສືບຕໍ່ຊ່ວຍບັນລຸໄດ້ການປອດນິວເຄຼຍຢູ່ແຫຼມ ເກົາຫຼີ. 

        ວັນທີ 29 ເມສາ,  ທ່ານ Mike Pompeo ລັດຖະມົນຕີການຕ່າງປະເທດ ອາເມລິກາ ໄດ້ສະແດງຄວາມເຊື່ອໝັ້ນວ່າ ບັນດາຄໍາສັ່ງລົງໂທດ ຢ່າງລຽນຕິດ ຈະສືບຕໍ່ຊ່ວຍບັນລຸໄດ້ການປອດນິວເຄຼຍຢູ່ແຫຼມ ເກົາຫຼີ. ເມື່ອຕອບສໍາພາດຕໍ່ໜັງສືພິມ The Hill, ທ່ານ Mike Pompeo ກ່າວວ່າ ວໍຊິງຕັນ ບໍ່່ມີເຈດຈໍານົງຫຼຸດຜ່ອນກໍາລັງດັນສໍາລັບ ພຽງຢາງ ຈົນຮອດເມື່ອ ສປປ.ເກົາຫຼີ ຍົກເລີກບັນດາໂຄງການລູກສອນໄຟນໍາວິຖີ ແລະ ອາວຸດ ນິວເຄຼຍ ຂອງປະເທດນີ້.

        ກ່ອນໜ້ານັ້ນ, ວັນທີ 18 ເມສາ, ສໍານັກຂ່າວສານ KCNA ຂອງ ສປປ.ເກົາຫຼີ ໄດ້ໃຫ້ຂ່າວວ່າ ສປປ.ເກົາຫຼີ ຢາກໃຫ້ ອາເມລິກາ ບົ່ງຕົວຜູ້ໜຶ່ງ ເປັນຫົວໜ້າຄະນະເຈລະຈາ ນິວເຄຼຍ ແທນໃຫ້ທ່ານ ລັດຖະມົນຕີີການຕ່າງປະເທດ Mike Pompeo. ໂດຍຖືວ່າ ທ່ານ Mike Pompeo ບໍ່ເຂົ້າໃຈຫຼັກໝັ້້ນຂອງ ພຽງຢາງ ແລະ ເຮັດໃຫ້ ວິວັດການເຈລະຈາ ຕົກເຂົ້າສູ່ສະພາບບໍ່ມີທາງອອກ.

        ກະຊວງການຕ່າງປະເທດ ອາເມລິກາ ຖະແຫຼງວ່າ ຍັງຄົງກຽມພ້ອມເຈລະຈາກັບ ສປປ.ເກົາຫຼີ ພາຍຫຼັງອໍານາດການປົກຄອງ ພຽງຢາງຮຽກຮ້ອງໃຫ້ລົບຊື່ທ່ານລັດຖະມົນຕີການຕ່າງປະເທດ Mike Pompeo ອອກຈາກບັນຊີລາຍຊື່ຜູ້ເຂົ້າຮ່ວມການເຈລະຈາກ່ຽວກັບ ບັນຫານິວເຄຼຍ ໃນອະນາຄົດ.


ຕອບກັບ

ຂ່າວ/ບົດ​ອື່ນ