ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ - ຍີ່​ປຸ່ນ - ສ.ເກົາຫຼີ ປະ​ຊຸມ​ແບບ​ທາງ​ໄກ

(VOVWORLD) -  ວັນທີ 15 ສິງຫາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ພ້ອມດ້ວຍຄູ່ຕຳແໜ່ງ ຍີ່ປຸ່ນ Yoshimasa Hayashi ແລະ ລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ Park Jin ເລີ່ມດຳເນີນກອງປະຊຸມທາງໄກ ກ່ອນທີ່ດຳເນີນກອງປະຊຸມສຸດຍອດສາມຝ່າຍ ເຊິ່ງຄາດວ່າຈະດຳເນີນໃນທ້າຍອາທິດນີ້ຢູ່ ອາເມລິກາ.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ - ຍີ່​ປຸ່ນ - ສ.ເກົາຫຼີ ປະ​ຊຸມ​ແບບ​ທາງ​ໄກ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken  ພ້ອມດ້ວຍຄູ່ຕຳແໜ່ງ ຍີ່ປຸ່ນ Yoshimasa Hayashi ແລະ ທ່ານລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ  Park Jin (ພາບ: Kyodo)

ກອງປະຊຸມທາງໄກໄດ້ດຳເນີນໃນສະພາບບັນດາປະເທດ ອາເມລິກາ, ສ.ເກົາຫຼີ ແລະ ຍີ່ປຸ່ນ ຊອກຫາວິທີຢັ້ງຢືນຄວາມສາມັກຄີຄືນໃໝ່ໃນການຮັບມືກັບບັນດາໄພນາບຂູ່ຕໍ່ຄວາມໝັ້ນຄົງຂອງພາກພື້ນ. ເຈົ້າໜ້າທີ່ລັດຖະບານຫຼາຍທ່ານໃຫ້ຮູ້ວ່າ ບັນດາລັດຖະມົນຕີການຕ່າງປະເທດ ກໍປຶກສາຫາລືບັນດາບັນຫາທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງ, ເສດຖະກິດ ແລະ ປັນຍາປະດິດ. ລັດຖະມົນຕີການຕ່າງປະເທດສາມຝ່າຍກໍສຸມໃສ່ປຶກສາຫາລືບັນດາບັນຫາອື່ນ, ເປັນຕົ້ນແມ່ນການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ແລະ ການຮັບປະກັນລະບົບສະໜອງບັນດາຜະລິດຕະພັນຫຼັກແຫຼ່ງເປັນຕົ້ນແມ່ນ ທາດເຄິ່ງຊັກນຳໄຟຟ້າ.

        ຄາດວ່າ, ກອງປະຊຸມສຸດຍອດ ອາເມລິກາ - ຍີ່ປຸ່ນ - ສ.ເກົາຫຼີ ໂດຍ ທ່ານປະທານາທິບໍດີ ອາເມລິກາ Joe Biden  ເປັນປະທານ  ແລະ ຈະຈັດຂຶ້ນຢູ່ ເຂດຕາກອາກາດ ຄ້າຍ David, ໃກ້ ວໍຊີງຕັນ ໃນວັນທີ 18 ສິງຫາ ຈະມາເຖິງ. ກອງປະຊຸມຈະສ້າງຂີດໝາຍເປັນຄັ້ງທຳອິດທ່ານປະທານາທິບໍດີ Biden  ຕ້ອນຮັບບັນດາການນຳຕ່າງປະເທດ ມາ ຄ້າຍ David, ນັບແຕ່ເມື່ອທ່ານຮັບດຳລົງຕຳແໜ່ງໃນປີ 2021.

 

ຕອບກັບ

ຂ່າວ/ບົດ​ອື່ນ