ກອງປະຊຸມລັດຖະມົນຕີການຕ່າງປະເທດຮ່ວມມືແມ່ນ້ຳຂອງ-ຍີ່ປຸນ
(ພາບສຳນັກຂ່າວສານຫວຽດນາມ)
(vovworld) - ກອງປະຊຸມລັດຖະມົນຕີການຕ່າງປະເທດຮ່ວມມືແມ່ນ້ຳຂອງ - ຍີ່ປຸ່ນ ຄັ້ງທີ 9 ຖືກດຳເນີນໃນວັນທີ 25/07, ໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ 49 ຢູ່ ວຽງຈັນ, ລາວ. ກອງປະຊຸມໄດ້ຮັບການຈັດຕັ້ງ ເພື່ອແນໃສ່ຕີລາຄາສະພາບການປະຕິບັດຍຸດທະສາດ ໂຕກຽວ 2015 ແລະ ແຜນດຳເນີນງານປະຕິບັດຍຸດທະສາດໃນໄລຍະ 3 ປີ 2016 – 2018, ກະກຽມໃຫ້ກອງປະຊຸມຂັ້ນສູງ ແມ່ນ້ຳຂອງ - ຍີ່ປຸ່ນ ຄັ້ງທີ 8 ຢູ່ນອກກອງປະຊຸມຂັ້ນສູງຕີ ອາຊຽນ ຢູ່ ລາວ ໃນເດືອນ 9 ຈະມາເຖິງ ກໍ່ຄືກຳນົດທິດ ຮ່ວມມືໃນໄລຍະຈະມາເຖິງ. ທີ່ກອງປະຊຸມ, ບັນດາລັດຖະມົນຕີລ້ວນແຕ່ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືເຊື່ອມຕໍ່ກ່ວາອີກ, ສ້າງບັນດາກຸ່ມປະຕິບັດງານຂັ້ນສູງ ເພື່ອຊຸກຍູ້ຜັນຂະຫຍາຍ “ຂໍ້ລິເລີ່ມເຊື່ອມຕໍ່ແມ່ນ້ຳຂອງ - ຍີ່ປຸ່ນ” ໂດຍລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ ສະເໜີຫວ່າງແລ້ວນີ້ ແລະ ແຜນການດຳເນີນງານປະຕິບັດຍຸດທະສາດ ໂຕກຽວ ດ້ວຍຍອດຈຳນວນເງິນ 750 ຕື້ເຢັນ ໂດຍ ຢີ່ປຸ່ນ ອຸປະຖຳ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມີງ ຢືນຢັນວ່າ: ຄຳໝັ້ນສັນຍາຂອງ ຫວຽດນາມ ແມ່ນຊຸກຍູ້ການຮ່ວມມືແມ່ນ້ຳຂອງ - ຍີ່ປຸ່ນ ແລະ ສະເໜີຝ່າຍ ຍີ່ປຸ່ນ ໃຫ້ບຸລິມະສິດແກ່ບັນດາປະເທດແມ່ນ້ຳຂອງ ໃນການຜັນຂະຫຍາຍຂໍ້ລິເລີ່ມຄູ່ຮ່ວມມືພື້ນຖານໂຄງລ່າງທີ່ມີຄຸນນະພາບເປີດກ້ວາງ. ທ່ານ ຟ້າມບີງມີງ ສະເໜີວ່າ ການຮ່ວມມືແມ່ນ້ຳຂອງ - ຍີ່ປຸ່ນ ຄວນສຸມໃສ່ເຂົ້າໃນບັນດາເນື້ອໃນປົກປັກຮັກສາສິ່ງແວດລ້ອມ, ການເຕີບໂຕຂຽວ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຄຸ້ມຄອງ ແລະ ນຳໃຊ້ແຫຼ່ງນ້ຳໃຫ້ໝັ້ນຄົງກ່ວາອີກ, ເພີ່ມທະວີການສົມທົບກັນກັບບັນດາຄູ່ຮ່ວມມື, ອົງການຈັດຕັ້ງພາກພື້ນຄືຄະນະກຳມາທິການແມ່ນ້ຳຂອງ.