ວັນທີ 23/1, ປະຕິກິລິຍາໂຕ້ຕອບຕໍ່ໜ້າເລື່ອງສະຫະພາບເອີລົບ ຫລື ອີຢູຮັບຮອງເອົາຄຳສັ່ງຂວ້ຳບາດນ້ຳມັນບໍ່ສຳລັບອີຣານ, ທ່ານ Sergei Lavrov ລັດຖະມົນຕີການຕ່າງປະເທດລັດເຊຍຖືວ່າ ບັນດາຄຳສັ່ງລົງໂທດພຽງລຳພັງຝ່າຍດຽວຈະບໍ່ຊ່ວຍແກ້ໄຂບັນຫານີວເຄຼຍຂອງເຕເຮຣານໄດ້. ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov ຢັ້ງຢືນວ່າ ລັດເຊຍຈະສືບຕໍ່ປົກປ້ອງອີຣານ ຕໍ່ໜ້າບັນດາມາດຕະການລົງໂທດທີ່ກ່ຽວຂ້ອງເຖິງໂຄງການນີວເຄຼຍຂອງປະເທດນີ້. ໃນວັນດຽວກັນ, ອາເມລິກາກໍໄດ້ຈັດວາງຄຳສັ່ງລົງໂທດຕໍ່ທະນາຄານ Tejarat ຊື່ງແມ່ນທະນາຄານໃຫ່ຍອັນດັບທີ 3 ຂອງອີຣານ.