ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດຫວຽດນາມຕ້ອນຮັບຜູ້ອຳນວຍການKOICAປະຈຳຫວຽດນາມ
(ພົນໂທ ຫງວຽນຈິ໋ວິ້ງ ຕອນຮັບ
ທ່ານ Chang jae Yun, ຜູ້ອຳນວຍການ KOICA)
(vovworld) - ທີ່ການຕອນຮັບທ່ານ Chang jae Yun, ຜູ້ອຳນວຍການ KOICA (ອົງການຮ່ວມມືສາກົນສ.ເກົາຫຼີ) ປະຈຳຫວຽດນາມ ໃນຕອນບ່າຍວັນທີ 07/12, ພົນໂທ ຫງວຽນຈິ໋ວິ້ງ, ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດຫວຽດນາມ, ໄດ້ຕີລາຄາສູງການພົວພັນຮອບດ້ານລະຫວ່າງຫວຽດນາມ - ສ.ເກົາຫຼີ, ໃນນັ້ນມີການພົວພັນຮ່ວມມືດ້ານປ້ອງກັນຊາດ. ພົນໂທ ຫງວຽນຈິ໋ວິ້ງ ເນັ້ນໜັກວ່າ, ຫວຽດນາມ ປາດຖະໜາວ່າ ສ.ເກົາຫຼີ ຈະຜັນຂະຍາຍໂຄງການໜູນຊ່ວຍຫວຽດນາມ ແກ້ໄຂຜົນນຮ້າຍຢ້ອນຫຼັງຈາກລະເບີດໝາກມິນບໍ່ທັນແຕກພາຍຫຼັງສົງຄາມ. ກ່ອນອືນໝົດ, ສ.ເກົາຫຼີ ພ້ອມກັບຫວຽດນາມ ຈັດຕັ້ງການສຳຫຼວດກວດກາຕົວຈິງມົນລະພິດຈາກລະເບີດໝາກມິນບໍ່ທັນແຕກຢູ່ບາງທ້ອງຖິ່ນຄື ບິ່ງດິ້ງ ແລະ ກວາງບິ່ງ ແລະ ມີໂຄງການໜູນຊ່ວຍໃຫ້ບັນດາແຂວງນີ້ ກ່ຽວກັບວັດຖຸອຸປະກອນ ແລະ ເຕັກໂນໂລຊີທຳລາຍລະເມີດໝາກມິນ, ວັດຖຸລະເບີດທີ່ຍັງຄົງຄ້າງພາຍຫຼັງສົງຄາມ. ສ.ເກົາຫຼີ ຖືວ່າ, ນີ້ແມ່ນໂຄງການຈຸດສຸມ ແລະ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອຊ່ວຍຫວຽດນາມ ຍູ້ໄວຄວາມຄືບໜ້າແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດໝາກມິນບໍ່ທັນແຕກພາຍຫຼັງສົງຄາມ.