(vovworld) - ການຢ້ຽມຢາມລາວ ຂອງລັດຖະມົນຕີວ່າການກະຊວງປ້ອງກັນປະເທດຫວຽດນາມ ຖືກດຳເນີນໄປໃນລະຫວ່າງວັນທີ 25 – 26/12, ຕາມຄຳເຊີນຂອງທ່ານ ແສງນວນ ໄຊຍະລາດ, ເລຂາສູນກາງພັກປະຊາຊົນປະຕິວັດລາວ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດລາວ. ພາຍຫຼັງພິທີຕ້ອນຮັບໃນຕອນບ່າຍວັນທີ 25/12, ຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມ, ໂດຍພົນເອກ ຟຸງກວາງແທງ ນຳໜ້າ, ໄດ້ມີການເຈລະຈາກັບຄະນະຜູ້ແທນການທະຫານຂັ້ນສູງລາວ, ໂດຍພົນໂທ ແສງນວນ ໄຊຍະລາດ ນຳໜ້າ. ທີ່ການເຈລະຈາ, ພົນໂທ ແສງນວນ ໄຊຍະລາດ ເຊື່ອໝັ້ນວ່າ, ການຢ້ຽມຢາມຈະປະກອບສ່ວນຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດຫວຽດນາມ - ລາວ ຈະນັບມື້ນັບແຕກດອກອອກຜົນກວ່າ. ສ່ວນພົນເອກ ຟຸງກວາງແທງ ຢືນຢັນວ່າ, ພັກ, ລັດ, ປະຊາຊົນ ແລະ ກອງທັບຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອຮັດແໜ້ນການພົວພັນມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານ ແລະ ການຊ່ວຍເຫຼືອເຊິ່ງກັນລະຫວ່າງກອງທັບ ແລະ ປະຊົນ 2 ປະເທດ. ລັດຖະມົນຕີ 2 ທ່ານໄດ້ເປັນເອກະພາບນຳກັນຈະເພີ່ມທະວີການແລກປ່ຽນຄະນະຜູ້ແທນ; ຮ່ວມມືກ່ຽວກັບວຽກງານພັກ, ວຽກງານການເມືອງ; ບຳລຸງສ້າງ; ແລກປ່ຽນບົດຮຽນໃນການກໍ່ສ້າງກອງທັບ; ຊຸກຍູ້ການຮ່ວມມືໃນການຄຸ້ມຄອງ, ປົກປັກຮັກສາເສັ້ນຊາຍແດນ…