ລັດ​ຖະ​ສະ​ພາ​ເອີ​ລົບ​ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ປະ​ຢັດ​ພະ​ລັງ​ງານ

(VOVWORLD) -ເພື່ອແນໃສ່ປະຢັດພະລັງງານ, ລັດຖະສະພາເອີລົບ (EP) ຈະຕັດລະບົບທຳຄວາອຸ່ນໃນອາຄານຫຼັງຕ່າງໆ ຂອງອົງການນີ້ລົງ 3 ວັນ/ອາທິດ ແລະ ດັດປັບອຸນຫະພູມໃນຊຸມວັນທີ່ຍັງເຫຼືອໃນອາທິດ. ບັນດາມາດຕະການປະຢັດພະລັງງານນີ້ ມີຜົນສັກສິດໃນທັນທີ. 
ລັດ​ຖະ​ສະ​ພາ​ເອີ​ລົບ​ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ປະ​ຢັດ​ພະ​ລັງ​ງານ - ảnh 1ສຳນັກງານຂອງ EP ປະຈຳ Brussels (ພາບ: europeanwesternbalkans)

ຕາມເນື້ອໃນ ອີແມວພາຍໃນ ຂອງອົງການສິ່ງແວດລ້ອມ ເອີລົບທີ່ໄດ້ຍົກອອກມາໃນວັນທີ 6 ຕຸລາແລ້ວ, EP ຈະຕັດລະບົບທຳຄວາມອຸ່ນ ຫຼື ຄວາມເຢັນໃນອາຄານຫຼັງຕ່າງໆຂອງອົງການນີ້ນັບແຕ່ຕອນຄ່ຳວັນພະຫັດ ຮອດຕອນເຊົ້າວັນຈັນຂອງທຸກອາທິດ ແລະ ໃນວັນພັກຕ່າງໆ. ຕາມແຜນການໃໝ່ແລ້ວ, ບັນດາສຳນັກງານຂອງ EP ປະຈຳ Brussels (ແບນຊິກ) ແລະ Strasbourg (ຝລັ່ງ) ຈະໄດ້ຮັບການດັດປັບລະບົບທຳຄວາມອຸ່ນບໍ່ເກີນ 19 ອົງສາC ແລະ ລະດັບທຳຄວາມເຢັນບໍ່ຕ່ຳກ່ວາ 25 ອົງສາ C, ພ້ອມທັງຈຳກັດໄຟເຍືອງທາງ. ຕາມການຄິດໄລ່ຂອງ EP ແລ້ວ, ບັນດາມາດຕະການດັ່ງກ່າວຄາດວ່າຈະຊ່ວຍປະຢັດເງິນໄດ້ກ່ວາ 2 ລ້ານ ເອີໂຣ (1,98 ລ້ານ USD)/ປີ. EP ມີການກະທຳດັ່ງກ່າວໃນສະພາບການລາຄາພະລັງງານເພີ່ມຂຶ້ນສູງໃນລະດັບບັນລຸສະຖິຕິໃນຊຸມເດືອນມໍ່ໆມານີ້ ຍ້ອນລັດເຊຍຫຼຸດແຫຼ່ງສະໜອງອາຍແກັດທີ່ສົ່ງໄປຍັງເອີລົບລົງ.

ຕອບກັບ

ຂ່າວ/ບົດ​ອື່ນ