ລັດ​ຖະ​ສະ​ພາ​ໄທ ມີປະທານຄົນໃໝ່

(VOVWORLD) - ໜ້າທີ່ສຳຄັນຂອງກອງປະຊຸມນີ້ແມ່ນເລືອກຕັ້ງປະທານ ແລະ ຮອງປະທານ 2 ທ່ານຂອງສະພາຜູ້ແທນລັດຊະດອນ.
ລັດ​ຖະ​ສະ​ພາ​ໄທ ມີປະທານຄົນໃໝ່ - ảnh 1ທ່ານ ວັນ ໂມຫະລັດ ນໍ ມາດທາ
(ພາບ:AFP/TTXVN)

ຕອນເຊົ້າວັນທີ 4 ກໍລະກົດ, ທີ່ສຳນັກງານ ລັດຖະສະພາໄທ ຢູ່ນະຄອນຫຼວງ ບາງກອກ, ສະພາຜູ້ແທນ ລາດຊະດອນ ຊຸດທີ 26 ໄດ້ໂຮມປະຊຸມຄັ້ງທຳອິດ ດ້ວຍການເຂົ້າຮ່ວມ ຂອງສະມາຊິກສະພາຜູ້ແທນລາດຊະດອນ 496/500 ທ່ານ. ໜ້າທີ່ສຳຄັນຂອງກອງປະຊຸມນີ້ແມ່ນເລືອກຕັ້ງປະທານ ແລະ ຮອງປະທານ 2 ທ່ານຂອງສະພາຜູ້ແທນລັດຊະດອນ. ພາຍຫຼັງບັນລຸໄດ້ຂໍ້ຕົກລົງໃນສຳພັນທະມິດໂດຍພັກກ້າວໄກ (MFP) ນຳໜ້າ, ທ່ານ ວັນ ໂມຫະລັດ ນໍ ມາດທາ, ການນຳພັກ ປະຊາຊາດ ແມ່ນຜູ້ໜຶ່ງດຽວໄດ້ສະເໜີຕົວຮັບດຳລົງຕຳແໜ່ງ, ທ່ານ ນໍ ມາດທາ ໄດ້ຮັບເລືອກຕັ້ງເປັນປະທານສະພາຜູ້ແທນລັດຊະດອນ ອາຍຸການໃໝ່. ຕາມຂໍ້ຕົກລົງຂອງລັດຖະສະພາ ໄທ, ປະທານສະພາຜູ້ແທນລາດຊະດອນ ກໍ່ເປັນປະທານລັດຖະສະພາ. ໃນບົດຄຳເຫັນໃນພິທີຮັບດຳລົງຕຳແໜ່ງ, ທ່ານປະທານລັດຖະສະພາ ນໍ ມາດທາ ໃຫ້ຄຳໝັ້ນສັນຍາຈະເຮັດວຽກດ້ວຍຄວາມຈິງໃຈ, ເຄົາລົບກົດໝາຍ ແລະ ບັນດາຂໍ້ກຳນົດຂອງລັດຖະສະພາ.

ຕອບກັບ

ຂ່າວ/ບົດ​ອື່ນ