ໄຂງານ​ບຸນ​ລະ​ດູ​ບານ​ໃໝ່ ກົນ​ເຊີນ - ກຽບ​ບາກ 2026

(VOVWORLD) -  ໃນຕອນຄ່ຳວັນທີ 06 ມີນາ (ກົງກັບວັນທີ 18 ເດືອນຈຽງປີມະເມຍ), ຢູ່ເຂດມໍລະດົກໂລກ ກົນເຊີນ - ກຽບບາກ (ນະຄອນ ຫາຍຟ່ອງ) ໄດ້ດຳເນີນພິທີອາໄລຫາການເຖິງແກ່ມໍລະນະພາບຂອງພະພິກຂຸໃຫຍ່ທີສາມ ຈຸກເລິມ ຮວ່ຽນກວາງຕົນຢາ ແລະ ໄຂງານບຸນລະດູບານໃໝ່ ກົນເຊີນ - ກຽບບາກປີ 2026.
ໄຂງານ​ບຸນ​ລະ​ດູ​ບານ​ໃໝ່ ກົນ​ເຊີນ - ກຽບ​ບາກ 2026 - ảnh 1ລາຍການສະແດງສິລະປະໃນງານບຸນ (ພາບ: VOV)

ງານບຸນລະດູບານໃໝ່ ກົນເຊີນ - ກຽບບາກ ປີ 2026 ຖືກຈັດຂຶ້ນແຕ່ວັນທີ 26 ກຸມພາ ຫາວັນທີ 11 ມີນາ 2026, ດ້ວຍຫຼາຍກິດຈະກຳທີ່ເປັນເອກະລັກ, ເຊັ່ນ: ພິທີຖະຫວາຍທູບທຽນ; ສັບປະດາວັດທະນະທຳ, ການທ່ອງທ່ຽວ ແລະ ສົ່ງເສີມການຄ້າ ງານບຸນລະດູບານໃໝ່ ກົນເຊີນ - ກຽບບາກ; ວັນບຸນອ່ານປຶ້ມມໍລະດົກ ແລະ ງານວາງສະແດງຕາມຫົວເລື່ອງ “ຈຸດເວລາມໍລະດົກ”… ງານບຸນປີນີ້ ມີຫຼາຍຈຸດໃໝ່, ທີ່ເປັນເອກະລັກ; ບັນດາພິທີທີ່ເປັນມູນເຊື້ອໄດ້ຮັບການຍົກສູງຂຶ້ນກ່ຽວກັບຂອບເຂະໜາດ, ເຮັດໃຫ້ຄຸນຄ່າວັດທະນະທຳ, ແນວຄິດ ແລະ ຈິດໃຈຂອງ ພຸດທະສາສະໜານິກາຍ ຈຸກເລິມ ແລະ ຄຸນຄ່າມໍລະດົກວັດທະນະທຳໂລກ ກົນເຊີນ - ກຽບບາກ. ທ່ານ ຫງວຽນບາແທັ່ງລອງ ຢູ່ນະຄອນ ຫາຍຟ່ອງ ເຂົ້າຮ່ວມງານບຸນດັ່ງກ່າວແບ່ງປັນວ່າ:      

        “ງານບຸນປີນີ້ມີຈຸດໃໝ່ຫຼາຍຢ່າງ; ຄະນະຈັດຕັ້ງໄດ້ຈັດງານບຸນຢ່າງມີແບບມີແຜນ ແລະ ເຮັດໃຫຍ່ກວ່າທຸກໆປີ. ເຊິ່ງເປັນງານບຸນທີ່ມີຄວາມໝາຍທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ.”


ຕອບກັບ

ຂ່າວ/ບົດ​ອື່ນ