ລັດ​ເຊຍ ຄິດ​ໄລ່​ຊັ່ງ​ຊາ​ການ​ໂຕ້​ຕອບ​ຕໍ່ບັນ​ດາ​ຄຳ​ສັ່ງ​ຫ້າມ​ໃນ​ອະ​ນາ​ຄົດ​ຂອງ G7

(VOVWORLD) -ລັດເຊຍ ຈະມີການໂຕ້ຕອບທີ່ຄ້າຍຄືກັນ ຖ້າຫາກວ່າ ກຸ່ມບັນດາພື້ນຖານອຸດສາຫະກຳພັດທະນາແຖວໜ້າໂລກ (G7) ຈັດວາງຄຳສັ່ງຫ້າມສົ່ງອອກສິນຄ້າມາຍັງ ລັດເຊຍ. 
ລັດ​ເຊຍ ຄິດ​ໄລ່​ຊັ່ງ​ຊາ​ການ​ໂຕ້​ຕອບ​ຕໍ່ບັນ​ດາ​ຄຳ​ສັ່ງ​ຫ້າມ​ໃນ​ອະ​ນາ​ຄົດ​ຂອງ G7 - ảnh 1ທ່ານ Dmitry Medvedev ຮອງປະທານສະພາປ້ອງກັນຄວາມສະຫງົບ ລັດເຊຍ (ພາບ: TTXVN)

ວັນທີ 23 ເມສາ, ທ່ານ Dmitry Medvedev ຮອງປະທານສະພາປ້ອງກັນຄວາມສະຫງົບ ລັດເຊຍ ຊີ້ແຈ້ງວ່າ ລັດເຊຍ ຈະມີການໂຕ້ຕອບທີ່ຄ້າຍຄືກັນ ຖ້າຫາກວ່າ ກຸ່ມບັນດາພື້ນຖານອຸດສາຫະກຳພັດທະນາແຖວໜ້າໂລກ (G7) ຈັດວາງຄຳສັ່ງຫ້າມສົ່ງອອກສິນຄ້າມາຍັງ ລັດເຊຍ. ພ້ອມດຽວກັນນັ້ນ, ທ່ານ Dmitry Medvedev ກໍ     ໄດ້ຄິດໄລ່ຊັ່ງຊາຕໍ່ຄວາມອາດສາມາດຂອງເລື່ອງ ລັດເຊຍ ຢຸດຕິການເຂົ້າຮ່ວມຂໍ້ຕົກລົງວ່າດ້ວຍຂໍ້ລິເລີ່ມທັນຍາຫານ ທະເລດຳ.

ກ່ອນໜ້ານັ້ນ, Bloomberg ໄດ້ໃຫ້ຂ່າວວ່າ ບັນດາປະເທດ G7 ພວມປຶກສາຫາລືກ່ຽວກັບຄວາມສາມາດ “ຫ້າມທຸກປະເພດສິນຄ້າສົ່ງອອກມາຍັງ ລັດເຊຍ“ ກ່ອນເວລາດຳເນີນກອງປະຊຸມສຸດຍອດ G7 ເຊິ່ງຄາດວ່າຈະຈັດຂຶ້ນແຕ່ວັນທີ 19 ພຶດສະພາ - 21 ພຶດສະພາ ຢູ່ ຍີ່ປຸ່ນ. ບາງປະເພດສິນຄ້າຄື ຜະລິດຕະພັນການຢາ, ຜະລິດຕະພັນກະເສດ ແລະ ອາຫານ ອາດຈະໄດ້ຮັບການຍົກເວັ້ນສຳລັບຄຳສັ່ງຫ້າມດັ່ງກ່າວ.


ຕອບກັບ

ຂ່າວ/ບົດ​ອື່ນ