ລັດ​ເຊຍ​ ຍິງ​ດາວ​ທຽມ 34 ໜ່ວຍ​ຂອງ OneWeb ຂຶ້ນວົງໂຄຈອນສຳ​ເລັດ

(VOVWORLD) -ໃນວັນທີ 22 ມີນາ ກຸ່ມບໍລິສັດຈັກກະວານແຫ່ງຊາດ ລັດເຊຍ Roscosmos ໃຫ້ຮູ້ວ່າ ມີລູກສອນໄຟລູກໜຶ່ງຂອງລັດເຊຍໄດ້ນຳເອົາດາວທຽມສື່ສານ 34 ໜ່ວຍ ຂອງບໍລິສັດ OneWeb (ອັງກິດ) ຂຶ້ນວົງໂຄຈອນຢ່າງສຳເລັດຜົນ.

ເຫດຍິງດັ່ງກ່າວໄດ້ດຳເນີນໃນວັນທີ 21 ມີນາ, ຈາກເຂດຍິງລູກສອນໄຟ Baikonur ຢູ່ Kazakhstan, ຕາມແຜນການທີ່ໄດ້ຮັບການລົງນາມໃນປີ 2018 ລະຫວ່າງກຸ່ມບໍລິສັດ Roscosmos ກັບ  ບໍລິສັດ OneWeb ແລະ ບໍລິສັດ Arianespace ຂອງຝລັ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ