ລັດ​ເຊຍ ປະ​ກາດ​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ລັດ​ເຊຍ-ອາ​ເມ​ລິ​ກາ ແບບ​ທາງ​ໄກ

(VOVWORLD) -ທີ່ກອງປະຊຸມຈະມາເຖິງ, ສອງຝ່າຍອາດຈະແລກປ່ຽນບັນດາບັນຫາທີ່ຕ່າງຝ່າຍຕ່າງກໍ່ມີຄວາມສົນໃຈ....
ລັດ​ເຊຍ ປະ​ກາດ​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ລັດ​ເຊຍ-ອາ​ເມ​ລິ​ກາ ແບບ​ທາງ​ໄກ - ảnh 1

 ປະທານາທິບໍດີ Vladimir Putin ແລະ ປະທານາທິບໍດີ Joe Biden (ຂວາ) (ພາບ: NY Post/TTXVN)

  ວັນທີ 3 ທັນວາ, ວັງ Kremlin ປະກາດວ່າ, ລັດເຊຍ ແລະ ອາເມລິກາ ຄາດວ່າກຳນົດໄດ້ເວລາຈັດກອງປະຊຸມສຸດຍອດລະຫວ່າງປະທານາທິບໍດີ Vladimir Putin ແລະ ປະທານາທິບໍດີ Joe Biden ໃນໄລຍະຈະມາເຖິງ ດ້ວຍຮູບແບບທາງໄກ. ແຕ່ເຖິງຢ່າງໃດກໍ່ຕາມ, ລັດເຊຍ ພວມລໍຖ້າ ອາເມລິກາ ຮັບຮອງເອົາເປັນເທື່ສຸດທ້າຍ. ປະຈຸບັນ, ຍັງບໍ່ທັນຮູ້ແຈ້ງກ່ຽວກັບຈຸດເວລາ ຈັດກອງປະຊຸມສຸດຍອດລະຫວ່າງ ການນຳສອງປະເທດເທື່ອ.

ຕາມວົງການນັກໄຈ້ແຍກແລ້ວ, ທີ່ກອງປະຊຸມຈະມາເຖິງ, ສອງຝ່າຍອາດຈະແລກປ່ຽນບັນດາບັນຫາທີ່ຕ່າງຝ່າຍຕ່າງກໍ່ມີຄວາມສົນໃຈ ກໍ່ຄືບາງບັນຫາກໍ່ຄວາມເຄັ່ງຕຶງໃນການພົວພັນສອງຝ່າຍ, ໃນນັ້ນມີບັນຫາ ຢູແກຼນ.

ຕອບກັບ

ຂ່າວ/ບົດ​ອື່ນ