ລັດເຊຍ, ປາແລັດສະຕິນ ຢືນຢັນຄຳໝັ້ນສັນຍາພັດທະນາການພົວພັນ 2 ຝ່າຍຫຼາຍກວ່າເກົ່າ

(VOVWORLD) - ການນຳ 2 ທ່ານໄດ້ຢືນຢັນຄືນໃໝ່ເລື່ອງພັດທະນາການພົວພັນໃກ້ຊິດສະໜິດສະໜົມທີ່ເປັນມູນເຊື້ອລະຫວ່າງ ລັດເຊຍ - ປາແລັດສະຕິນ
ລັດເຊຍ, ປາແລັດສະຕິນ ຢືນຢັນຄຳໝັ້ນສັນຍາພັດທະນາການພົວພັນ 2 ຝ່າຍຫຼາຍກວ່າເກົ່າ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ຄູ່ຕຳແໜ່ງ ປາແລັດສະຕິນ Mahmoud Abbas
(ພາບ: The Times of Israel)

ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ຄູ່ຕຳແໜ່ງ ປາແລັດສະຕິນ Mahmoud Abbas ຫາກໍ່ດຳເນີນການໂອ້ລົມທາງໂທລະສັບໃນວັນທີ 01 ກໍລະກົດ, ເພື່ອປຶກສາຫາລືກ່ຽວກັບບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ການນຳ 2 ທ່ານໄດ້ຢືນຢັນຄືນໃໝ່ເລື່ອງພັດທະນາການພົວພັນໃກ້ຊິດສະໜິດສະໜົມທີ່ເປັນມູນເຊື້ອລະຫວ່າງ ລັດເຊຍ - ປາແລັດສະຕິນ, ພ້ອມທັງເຫັນດີສືບຕໍ່ດຳເນີນການພົບປະເຈລະຈາ. 2 ຝ່າຍກໍ່ປຶກສາຫາລືເລື່ອງແກ້ໄຂບັນຫາ ປາແລັດສະຕິນ - ອິດສະຣາແອັນ. ມົດສະກູ ໄດ້ຢືນຢັນຄືນໃໝ່ຫຼັກໝັ້ນສະໜັບສະໜູນມາດຕະການແກ້ໄຂຍຸຕິທຳ ແລະ ຍືງຍົງຍາວນານໃຫ້ແກ່ການປະທະກັນລະຫວ່າງ ປາແລັດສະຕິນ - ອິດສະຣາແອັນ ບົນພື້ນຖານກົດໝາຍສາກົນໃນປະຈຸບັນ.

ໃນການໂອ້ລົມນີ້, ການນຳ 2 ທ່ານກໍ່ໄດ້ເຕື້ອງເຖິງການລຸກຮື້ຂຶ້ນໂດຍກຸ່ມບໍລິສັດທະຫານເອກະຊົນ Wagner ດຳເນີນຢູ່ ລັດເຊຍໃນເວລາຜ່ານມາ. ທ່ານ Mahmoud Abbas ຢືນຢັນການສະໜັບສະໜູນບັນດາມາດຕະການແນໃສ່ປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍຂອງລັດຖະທຳມະນູນ ແລະ ເຄົາລົບກົດໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ