ລັດເຊຍ ສົ່ງກໍາປັ່ນສູ້ຮົບ ໄປຊີຣີ ເພື່ອຮັບປະກັນ ຄວາມສະຫງົບປອດໄພ

ລັດເຊຍ ສົ່ງກໍາປັ່ນສູ້ຮົບ ໄປຊີຣີ ເພື່ອຮັບປະກັນ ຄວາມສະຫງົບປອດໄພ - ảnh 1
( ພາບປະກອບ )

( vovworld ) -   ກອງ​ເສນາ​ທິການ​​ໃຫຍ່ບັນດາ​ກຳລັງ​ປະກອບ​ອາວຸດ​ລັດ​ເຊຍ ​ໄດ້​ປະກາດວ່າ ​ກອງ​ເຮືອ​​ທະ​ເລ​ດຳ ຂຶ້ນ​ກັບກຳລັງ​ກອງທັບ​ເຮືອ​ລັດ​ເຊຍ ​ໄດ້​ກ່ຽມ​ພ້ອມຈະສົ່ງ​​ເຮືອຮົບ​ເຖິງ​ທ່າກໍາ​ປັ່ນ Tartus ປະ​ເທດຊີຣີ ດ້ວຍ​ໜ້າ​ທີ່​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ໃຫ້​ແກ່​ຖານທີ່​ໝັ້ນ​ທະຫານ​ເຊິ່ງລັດ​ເຊຍ ​​ໄດ້ເຊົ່າຂອງ​ຊີຣີ ຢູ່​ທະ​ເລ​ເມ​ດີ​ເຕຣາ​ເນ. ບັນດາ​ກໍາ​ປັ່ນ​ສູ້​ຮົບ​ຈະ​ເລີ່​ມ​ເດີນທະ​ເລຈາກ​ທ່າ​ກໍ່າ​ປັ່ນ Sevastopol ​ໄປ​ຊີຣີ. ​ໃນ​ຈຳນວນ​ກໍາ​ປັ່ນ​ດັ່ງກ່າວ, ມີ​ບັນດາ​ກໍາ​ປັ່ນ​ໃຫຍ່​ບັນທຸກ​ທະຫານ​ເຮືອຍົກ​ພົນ​ຂຶ້ນ​ບົກ​ຂອງລັດ​ເຊຍ. ​ເດືອນ 1/2012, ກອງທັບ​ເຮືອ​ລັດ​ເຊຍ ກໍ​ສົ່ງ​ຟູ​ງກໍາ​ປັ່ນ​ສູ້​ຮົບ​ ນຳ​ໜ້າ​ແມ່ນ​ກໍາ​ປັ່ນ​ເດີນ​ບິ​ນທີ່​ມີ​ຊື່​ຂອງແມ່ທັບ​ເຮືອ Kuznetsov ​ໄປ Tartus, ບ່ອນ​ທີ່ບັນດາ​ກໍາ​ປັ່ນ​ສູ້​ຮົບ​ຂອງລັດ​ເຊຍ ​ເຄີຍ​ປະຈຳ​ການແຕ່​ປີ 1971 ມາ​ຮອດ​ປະຈຸ​ບັນ.

ຂ່າວ/ບົດ​ອື່ນ