ລັດ​ເຊຍ ເນ​ລະ​ເທດ​ນັກ​ການ​ທູດ ແຟງລັງ 9 ທ່ານ

(VOVWORLD) - ທ່ານປະທານາທິບໍດີ ແຟງລັງ Sauli Niinisto ຖືວ່າ ການກະທຳຂອງລັດເຊຍ ແມ່ນ ການໂຕ້ຕອບທີ່ແຂງກະດ້າງ ແລະ ບໍ່ສົມກັບຄຳຕັດສິນເນລະເທດບັນດານັກການທູດລັດເຊຍ ເຊິ່ງແຟງລັງ ຍົກອອກມາເມືອເດືອນມິຖຸນາທີ່ຜ່ານມາ”.
ລັດ​ເຊຍ ເນ​ລະ​ເທດ​ນັກ​ການ​ທູດ ແຟງລັງ 9 ທ່ານ - ảnh 1ພາບປະກອບ: Themoscowtimes

ວັນທີ 6 ກໍລະກົດ, ກະຊວງການຕ່າງປະເທດ ລັດເຊຍ ໄດ້ປະກາດເນລະເທດນັກການທູດ ແຟງລັງ 9 ທ່ານ ແລະ ປິດປະຕູອົງການຜູ້ຕາງໜ້າການຕ່າງປະເທດຂອງ ແຟງລັງ ປະຈຳ St. Petersburg ນັບແຕ່ວັນທີ 1 ຕຸລາ ຈະມາເຖິງ. ກະຊວງການຕ່າງປະເທດ ລັດເຊຍ ກໍ່ໄດ້ຮຽກໂຮມເອກອັກຄະລັດຖະທູດ ແຟງລັງ ເພື່ອຄັດຄ້ານ “ຫຼັກການຕ້ານລັດເຊຍ ຂອງ Helsinki”. ນີ້ແມ່ນການກະທຳຫຼ້າສຸດຂອງ ລັດເຊຍ ເພື່ອແນໃສ່ໂຕ້ຕອບເລື່ອງ ແຟງລັງ ປະກາດເນລະເທດນັກການທູດ ລັດເຊຍ 9 ທ່ານ ໃນວັນທີ 6 ມິຖຸນາທີ່ຜ່ານມາ ດ້ວຍຂໍ້ກ່າວຫາວ່າ ບັນດາຜູ້ຄົນດັ່ງກ່າວ ໄດ້ປະຕິບັດໜ້າທີ່ສືບຂ່າວ.

ແລະກໍ່ໃນວັນດຽວກັນ, ທ່ານປະທານາທິບໍດີ ແຟງລັງ Sauli Niinisto ຖືວ່າ ການກະທຳຂອງລັດເຊຍ ແມ່ນ ການໂຕ້ຕອບທີ່ແຂງກະດ້າງ ແລະ ບໍ່ສົມກັບຄຳຕັດສິນເນລະເທດບັນດານັກການທູດລັດເຊຍ ເຊິ່ງແຟງລັງ ຍົກອອກມາເມືອເດືອນມິຖຸນາທີ່ຜ່ານມາ”. ຕາມການນຳແຟງລັງຜູ້ນີ້ແລ້ວ, ປະເທດນີ້ ພວມກະກຽມການໂຕ້ຕອບດ້ວຍບັນດາການກະທຳທີ່ຄ້າຍຄືກັນ, ໃນນັ້ນມີການປິດປະຕູສະຖານທູດລັດເຊຍ ປະຈຳ Turku.

ຕອບກັບ

ຂ່າວ/ບົດ​ອື່ນ