ລັດເຊຍ, ແຊັກ ຄັດຄ້ານຂໍ້ສະເໜີ ຜັນຂະຫຍາຍກຳລັງສາກົນໄປຍັງຢູແກຼນ
ທ່ານ VitaLy Churkin ຜູ້ຕາງໜ້າຂອງລັດເຊຍປະຈຳສະຫະປະຊາຊາດ |
(vovworld)- ແຜນການຂອງຢູແກຼນທີ່ຮຽກຮ້ອງຜັນຂະຫຍາຍກຳລັງສາກົນຢູ່ເຂດປະທະກັນ Donbass ພາກຕາເວັນອອກ ຢູແກຼນ ໄດ້ພາໃຫ້ເກີດຄວາມລະແວງສົງໄສວ່າ ກີແອບ ພວມຊອກຫາວີທິທຳລາຍບັນດາຂໍ້ຕົກລົງ Minsk . ນັ້ນແມ່ນຄຳຖະແຫຼງຂອງທ່ານ VitaLy Churkin ຜູ້ຕາງໜ້າຂອງລັດເຊຍປະຈຳສະຫະປະຊາຊາດເມື່ອວັນທີ 19/2. ທ່ານ VitaLy Churkin ຊີ້ແຈ້ງວ່າ ຕາມຂໍ້ຕົກລົງ Minsk, 2 ປະເທດສາທາລະນະລັດໂດຍຂະໜານນາມເອງ Donetsk ແລະ Lugansk ສາມາດສ້າງຕັ້ງກຳລັງຕຳຫຼວດສະເພາະຂອງຕົນ, ສ່ວນການຕິດຕາມກວດກາຢູ່ນອກບໍລິເວນກຳນົດຈະແມ່ນອົງການປ້ອງກັນຄວາມສະຫງົບ ແລະ ຮ່ວມມືເອີລົບປະຕິບັດ. ດັ່ງນັ້ນ, ບັນດາວຽກງານທີ່ບັນດາຝ່າຍປະທະກັນຢູ່ຢູແກຼນຄວນປະຕິບັດ, ນັ້ນແມ່ນວິທີການແກ້ໄຂ, ຫາກບໍ່ແມ່ນຍົກອອກຂໍ້ລິເລີ່ມໃໝ່.
ໃນວັນດຽວກັນ, ລັດຖະມົນຕີການຕ່າງປະເທດສາທາລະນະລັດ ແຊັກ Lubomir Zaolalek ຖະແຫຼງວ່າ ຄຳຮຽກຮ້ອງຂອງປະທານາທິບໍດີຢູແກຼນ Petro Poroshenko ກ່ຽວກັບການຜັນຂະຫຍາຍກຳລັງຮັກສາສັນຕິພາບແຫ່ງ ສ.ປ.ຊ ໄປຍັງຢູແກຼນ ແມ່ນໄປຝືນກັບຂໍ້ຕົກລົງ Minsk. ລັດຖະມົນຕີການຕ່າງປະເທດສາທາລະນະລັດ ແຊັກ Lubomir Zaolalek ເນັ້ນໜັກວ່າ ໃນການປະທະກັນຢູ່ ຢູແກຼນ, ຂໍ້ຕົກລົງ Minsk ກ່ຽວກັບການແກ້ໄຂສັນຕິພາບແມ່ນເສັ້ນທາງດຽວເທົ່ານັ້ນ ເພື່ອສ້າງສັນຕິພາບຄືນໃໝ່ຢູ່ປະເທດເອີລົບຕາເວັນອອກນີ້, ລັດຖະບານ ແຊັກ ຮຽກຮ້ອງໃຫ້ຢຸດຕິການປີນຂັ້ນໄດຄວາມເຄັ່ງຕຶງ ແລະ ສະໜັບສະໜູນບັນດາຂໍ້ຕົກລົງທີ່ບັນລຸມາໄດ້ຢູ່ Minsk ປະເທດເບລາຣຸດ.