ລັດເຊຍຈັບຕົວ7ເປົ້າໝາຍວາງກົນອຸບາຍກໍ່ການຮ້າຍໃນໂອກາດປີໃໝ່

ລັດເຊຍຈັບຕົວ7ເປົ້າໝາຍວາງກົນອຸບາຍກໍ່ການຮ້າຍໃນໂອກາດປີໃໝ່ - ảnh 1
(ພາບປະກອບ: EPA/TTXVN)

(vovworld) - ​ ບັນດາ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງສະຫະພັນ​ ລັດ​ເຊຍ ​ໄດ້​ຈັບ​ຕົວ 7 ​ເປົ້າ​ໝາຍ​ທີ່​ຖືກ​ສົງ​​ໄສ​ວ່າພວມ​ກະກຽມ​ປະຕິບັດ​ບັນດາ​ເຫດ​ກໍ່​ການ​ຮ້າຍ​ໃນ​ໂອກາດ​ປີ​ໃໝ່ 2017 ຢູ່​ນະຄອນຫລວງ ມົດ​ສະ​ກູ. ບັນດາ​ກົນ​ອຸບາຍ​ບຸກ​ໂຈມ​ຕີ​ດັ່ງກ່າວ ຖື​ວ່າ​​ແມ່ນປະຕິ​ບັດຕາມ​ຄຳ​ສັ່ງ​ຂອງ​ອົງການ “ລັດ​ອິດສະ​ລາມ” (IS) ອ້າງ​ຊື່​ເອງ​ຢູ່ ຊີຣີ. ວັນ​ທີ 29/12, ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ສະຫະພັນ ລັດ​ເຊຍ (FSB) ຢັ້ງຢືນ​ວ່າ ບັນດາ​ອົງການ​ປະຕິບັດ​ງານ​ພິ​ເສດຂອງ FSB ​ໄດ້ຈັບ​ຕົວບັນດາ​ບຸກຄົນ​ໃນ​ກຸ່ມທີ່​ຖືກ​ສົງ​ໄສ​ນີ້ ຢູ່ ສ.Dagestan ຢູ່ທາງພາກເໜືອ Causasus. ບັນດາ​ເປົ້າ​ໝາຍ​ດັ່ງກ່າວ ພວມ​​ວາງ​ແຜນການ​ບຸກ​ໂຈມ​ຕີ​ແນ​ໃສ່​​​ບັນດາ​ສະຖານ​ທີ່ມີ​ຄົນ​ເຕົ້າ​ໂຮມ​ເປັນ​ຈຳນວນ​ຫລາຍ. ບັນດາ​ເປົ້າ​ໝາຍ​ອິດສະ​ລາມ​ລຸກ​ຮື້​ຂຶ້ນ​ຢູ່ Dagestan ​ເຄີຍ​ບຸກ​ໂຈມ​ຕີ​ຕຳຫລວດ ​ແລະ ບັນດາ​ເຈົ້າ​ໜ້າ​ທີ່​ເປັນ​ປະຈຳ, ​ໃນ​ນັ້ນ ມີ​ບາງ​ເປົ້າ​ໝາຍ​ໄດ້​ສາບານຕົວ​ຈົ່ງ​ຮັກ​ພັກດີ​ກັບ IS.

 

 

ຂ່າວ/ບົດ​ອື່ນ