ປະທານາທິບໍດີ ລັດເຊຍ V.Putin
ພາບ:giaoduc.net
|
(vovworld)- ຕອນຄ່ຳວັນທີ 14/3, ປະທານາທິບໍດີ ລັດເຊຍ V.Putin ໄດ້ອອກຄຳສັ່ງຖອນບັນດາກຳລັງຕົ້ນຕໍຂອງ ລັດເຊຍ ອອກຈາກ ຊີຣີ ນັບແຕ່ວັນທີ 15/3. ທີ່ການພົບປະກັບທ່ານ Sergei Lavrov, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ລັດເຊຍ ແລະ ທ່ານ Sergei Shoigu, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ, ທ່ານ Putin ປາດຖະຫນາວ່າ ເລື່ອງເລີ່ມຕົ້ນການຖອນທະຫານລັດເຊຍ ອອກຈາກ ຊີຣີ ຈະແມ່ນການກະຕຸກຊຸກຍູ້ດີສຳລັບວິວັດການເຈລະຈາລະຫວ່າງບັນດາກຳລັງການເມືອງຢູ່ຊີຣີ. ທ່ານ Putin ໃຫ້ຮູ້ຕື່ມອີກວ່າ: ກຳລັງທະຫານຍັງເຫລືອຢູ່ ຊີຣີ ຈະເຂົ້າຮ່ວມການຕິດຕາມກວດກາຂໍ້ຕົກລົງຢຸດຍິງ. ທ່ານປະທານາທິບໍດີ Putin ພ້ອມທັງຊີ້ນຳໃຫ້ທ່ານ Sergei Lavrov, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ລັດເຊຍ ຈົ່ງເພີ່ມທະວີການແຊກແຊງຂອງລັດເຊຍ ໃນການຈັດຕັ້ງວິວັດທະນາການສັນຕິພາບຢູ່ຊີຣີ.
ໃນວັນດຽວກັນ, ປະທານາທິບໍດີ B.Obama ໄດ້ໂອ້ລົມທາງໂທລະສັບກັບປະທານາທິບໍດີ ລັດເຊຍ V. Putin ກ່ຽວກັບວິກິດການ ຊີຣີ ເພື່ອເລັ່ງລັດປະທານາທິບໍດີ Putin ກໍ່ກຳລັງດັນຕໍ່ລັດຖະບານຂອງປະທານາທິບໍດີ ຊີຣີ Bashar Assad ຢຸດຕິທຸກການເຄື່ອນໄຫວການທະຫານທີ່ມີຄວາມສ່ຽງອາດຈະທຳລາຍຄຳສັ່ງຢຸດຍິງທີ່ຫາກໍບັນລຸໄດ້.