(vovworld) – ວັນທີ 22/3, ລັດເຊຍສະແດງຄວາມຫວັງວ່າ: ພາລະໜ້າທີ່ຕິດຕາມກວດກາຂອງອົງການປ້ອງກັນຄວາມສະຫງົບ ແລະ ຮ່ວມມືສາກົນ (OSCE) ຢູ່ ຢູແກຼນ ຈະບັນລຸຜົນສຳເລັດ, ພ້ອມທັງເນັ້ນໜັກວ່າ: ບັນດາຜູ້ສັງເກດການຂອງ OSCE ຈະບໍ່ສາມາດໄປຮອດ Crimea ພາຍຫຼັງທີ່ ມົດສະກູ ໂອນເອົາແຫຼມແຫ່ງນີ້. ຖະແຫຼງການຂອງກະຊວງການຕ່າງປະເທດ ລັດເຊຍ ຊີ້ແຈ້ງວ່າ: “ຝ່າຍລັດເຊຍ ຫວັງວ່າດ້ວຍຄວາມພາວະວິໄສ ແລະ ຍຸຕິທຳຂອງບັນດາຜູ້ສັງເກດການສາກົນຈະຊ່ວຍແກ້ໄຂວິກິດການພາຍໃນປະເທດຂອງ ຢູແກຼນ ໄດ້, ຢຸດຕິການເຄື່ອນໄຫວຜິດກົດໝາຍຕ່າງໆຂອງບັນດາກຸ່ມຫົວຮຸນແຮງ, ບັນລຸໄດ້ຄວາມປອງດອງຊາດ ແລະ ປະຕິບັດບັນດາສິດສັງຄົມ, ການເມືອງ, ພາສາ, ວັດທະນະທຳ, ການສຶກສາ ແລະ ສາສະໜາຂອງປະຊາຊົນໃນທົ່ວປະເທດ ຢູແກຼນ”. ຖະແຫຼງການໃຫ້ຮູ້ວ່າ: ພາລະໜ້າທີ່ນີ້ “ສອດຄ່ອງບັນດາຄວາມຈິງດ້ານການເມືອງ - ນິຕິກຳໃໝ່ ແລະ ຈະບໍ່ແຜ່ລາມອອກສູ່ Crimea ແລະ Sevastopol, ທີ່ໄດ້ກາຍເປັນພາກສ່ວນໜຶ່ງຂອງສະຫະພັນລັດເຊຍ.”