ລັດເຊຍຮຽກຮ້ອງອາເມລິກາຊັ່ງຊາຂໍ້ຕົກລົງປິດປະຕູບັນດາສຳນັກງານການທູດຂອງລັດເຊຍປະຈຳອາເມລິກາ

(VOVWORLD) -ວັນທີ 03 ກັນຍາ, ກະຊວງການຕ່າງປະເທດລັດເຊຍ ໄດ້ຮຽກຮ້ອງໃຫ້ອາເມລິກາ ຈົ່ງຊັ່ງຊາເລື່ອງປິດປະຕູບັນດາສຳນັກງານການທູດຂອງມົດສະກູ ປະຈຳອາເມລິກາ, ຢືນຢັນວ່າ
ລັດເຊຍຮຽກຮ້ອງອາເມລິກາຊັ່ງຊາຂໍ້ຕົກລົງປິດປະຕູບັນດາສຳນັກງານການທູດຂອງລັດເຊຍປະຈຳອາເມລິກາ - ảnh 1 (ພາບປະກອບ: THX/TTXVN)

ວໍຊິງຕັນ ຕ້ອງຮັບຜິດຊອບດ້ວຍຕົນເອງຍ້ອນໄດ້ເຮັດໃຫ້ການພົວພັນລະຫວ່າງ 2 ຝ່າຍຖືກຊົ່ວຮ້າຍລົງ. ຖະແຫຼງການຂອງກະຊວງການຕ່າງປະເທດລັດເຊຍ ກໍຖືວ່າ ທຸກສິ່ງທີ່ໄດ້ເກີດຂຶ້ນນັ້ນ ແມ່ນການກະທຳເປັນປໍລະປັກຢ່າງເປີດເຜີຍ, ລະເມີດກົດໝາຍສາກົນຢ່າງຮ້າຍແຮງ. ການກະທຳຂອງອາເມລິກາ ໄດ້ຮັບຖືວ່າ ແມ່ນການໂຕ້ຕອບຄວາມຮຽກຮ້ອງຂອງອາເມລິກາ ຫຼຸດຜ່ອນຈຳນວນພາລະກອນການທູດຂອງລັດເຊຍ. ລັດເຊຍ ຖະແຫຼງວ່າ ຈະມີການໂຕ້ຕອບຢ່າງເໝາະສົມຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ