ລັດເຊຍຮຽກຮ້ອງແກ້ໄຂ ບັນຫາປ້ອງກັນລູກ ສອນໄຟ

ລັດເຊຍຮຽກຮ້ອງແກ້ໄຂ ບັນຫາປ້ອງກັນລູກ ສອນໄຟ - ảnh 1
ປະທານາທິບໍດີ ລັດ​ເຊຍ Dmitry Medvedev
(ພາບ: ອີນເຕີເນັດ)

(vovworld) – ທ່ານ​ປະທານາທິບໍດີ ລັດ​ເຊຍ Dmitry Medvedev ຮຽກຮ້ອງ​ໃຫ້ ອາ​ເມ​ລິ​ກາ ​ແລະ ຝ່າຍ​ຕາ​ເວັນ​ຕົກ​ ບໍ່​ປະ​​ລະກາລະ​ໂອກາດ​ບັນລຸ​ໄດ້​ຂໍ້​ຕົກລົງ​ກັບລັດ​ເຊຍ ກ່ຽວ​ກັບລະບົບ​ປ້ອງ​ກັນ​ລູກ​ສອນ​​ໄຟ (ຫຼື NMD). ກ່າວ​ຄຳ​ເຫັນ​ທີ່​ການ​ສຳ​ມະ​ນາສາກົນ​ທີ່​ມີ​ຊື່ວ່າ “ຄວາມ​ສະຫງົບ​ປອດ​ໄພ​ປະຊາ​ຄົມ​ເອີ​ລົບ - ມະຫາ​ສະໝຸດ​ອັກ​ລັງ​ຕິກ: ​ຄວາມ​ຈິງ ຫຼື ຄວາມລະ​ເມີ​ເຝີ້​ຝັນ“, ວັນ​ທີ 23/3 ຢູ່​ມົດ​ສະ​ກູ, ທ່ານ​ປະທານາທິບໍດີ ລັດ​ເຊຍ Dmitry Medvedev  ​ເນັ້ນ​ໜັກ​ວ່າການ​ສົມທົບ​ກັນ​​ເຄື່ອນ​ໄຫວ​ລະຫວ່າງ​ລັດ​ເຊຍ ​ແລະ NATO ຈະ​ບໍ່​ໄດ້​ຮັບ​ການ​ປັບປຸງ​ຖ້າ​ຫາກ​ບໍ່​ແກ້​ໄຂ​ບັນຫາ​ປ້ອງ​ກັນ​ລູກ​ສອນ​ໄພ. ລັດ​ເຊຍ​ຮຽກຮ້ອງ​ໃຫ້​ບັນດາ​ຄູ່​ຮ່ວມ​ມື​ຝ່າຍ​ຕາ​ເວັນ​ຕົກ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ: ລະ​ບົບປ້ອງ​ກັນ​ລູກ​ສອນ​ໄຟ​ນີ້​ບໍ່​​​ແນ​ໃສ່​ຕ້ານ​ຄືນ​ລັດ​ເຊຍ, ​ແລະ ​ຄຳ​ໝັ້ນ​ສັນຍານີ້​ຕ້ອງ​ໄດ້​ຮັບການ​ຮັບປະກັນ​ດ້ານ​ກົດໝາຍ.

ຂ່າວ/ບົດ​ອື່ນ