(vovworld) – ຕອນເຊົ້າວັນທີ 16/08, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ມີການພົບປະກັບຜູ້ຕາງໜ້າຊາວໜຸ່ມດີເດັ່ນປະຕິບັດຕາມຄຳສັ່ງສອນຂອງປະທານໂຮ່ຈິມິນ ທີ່ເຂົ້າຮ່ວມກອງປະຊຸມໃຫຍ່ຊາວໜຸ່ມດີເດັ່ນ ປະຕິບັດຕາມຄຳສັ່ງສອນຂອງປະທານໂຮ່ຈິມິນ ທົ່ວປະເທດຄັ້ງທີ 3 ປີ 2014. ນີ້ແມ່ນບັນດາສະມາຊິກຊາວໜຸ່ມ, ຊາວໜຸ່ມບັນລຸຜົນງານດີເດັ່ນໃນການອອກແຮງງານ, ຮໍ່າຮຽນ, ບັນດາແບບຢ່າງດີເດັ່ນໃນການຮໍ່າຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດຂອງປະທານໂຮ່ຈິມິນ, ໄດ້ມີການປະກອບສ່ວນພໍສົມຄວນເຂົ້າໃນວຽກງານຊາວໜຸ່ມ ແລະ ຂະບວນການໄວໜຸ່ມເຍົາວະຊົນ, ມີອິດທິຜົນຊື່ສຽງ ແລະ ມີຜົນສະທ້ອນຕັ້ງໜ້າໃນໝູ່ໄວໜຸ່ມເຍົາວະຊົນ ແລະ ສັງຄົມ.
ທ່ານປະທານປະເທດ ເຈືອງເຕີນຊາງ ຢືນຢັນວ່າ ຍິ່ງກວ່າເວລາໃດໝົດ ປະເທດພວມຕ້ອງການກຳລັງໜຸ່ມ, ຕ້ອງມີຄວາມມຸ່ງຫວັງປືນຕົວຂຶ້ນເພື່ອສ້າງສາ ແລະ ປົກປັກຮັກສາປະເທດຊາດ. ລຸ່ນໜຸ່ມຕ້ອງເບິ່ງໄກກວ່າ, ເປັນກຳລັງປະຈັນບານ ພ້ອມແລ້ວທີ່ຈະເຂົ້າຮ່ວມບັນດາຂົງເຂດຫຍຸ້ງຍາກທີ່ສຸດ. ລຸ່ນໜຸ່ມຕ້ອງມານະພະຍາຍາມປືນຕົວຂຶ້ນຢ່າງບໍ່ຢຸດຢັ້ງ, ປະກອບສ່ວນປະຕິບັດພາລະກິດຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝໃຫ້ບັນລຸສຳເລັດຜົນ. ທ່ານປະທານປະເທດ ເນັ້ນໜັກວ່າ, ເພື່ອພັດທະນາຂະບວນການຮໍ່າຮຽນ ແລະ ປະຕິບັດຕາມຄຳສັ່ງຂອງປະທານໂຮ່ຈິມິນຢ່າງເລິກເຊິ່ງກວ້າງແຂວງ ແລະ ມີປະສິດທິຜົນ, ສະມາຊິກຊາວໜຸ່ມແຕ່ລະຄົນ, ພິເສດແມ່ນພະນັກງານຊາວໜຸ່ມ ຕ້ອງເສີມຂະຫຍາຍລັກສະນະເປັນແບບຢ່າງ, ສະຕິຕື່ນຕົວ, ຄຸນນະທາດ ແລະ ກຳລັງຄວາມສາມາດ. ທ່ານປະທານປະເທດ ເຊື່ອໝັ້ນວ່າ ບັນດາຜູ້ແທນດີເດັ່ນ ຈະແມ່ນແກ່ນສານ ສືບຕໍ່ເສີມຂະຫຍາຍບັນດາຄຸນຄ່າທີ່ບັນລຸໄດ້, ນຳການເຄື່ຶອນໄຫວເຂົ້າສູ່ຄວາມເປັນຈິງ, ບັນລຸຜົນງານໃນວຽກງານສ້າງສາ ແລະ ປົກປັກຮັກສາປະເທດຊາດໃນໄລຍະໃໝ່ໃຫ້ໄດ້ຫຼາຍກວ່າອີກ.