ລີບີ ກຳນົດຈຸດເວລາ ສ້າງຕັ້ງລັດຖະບານໃຫມ່

ລີບີ ກຳນົດຈຸດເວລາ       ສ້າງຕັ້ງລັດຖະບານໃຫມ່ - ảnh 1
ກອງປະຊຸມຂອງສະພາແຫ່ງຊາດ ລີບີ
ພາບ: internet

(vovworld) - ວັນ​ທີ 29/8, ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ຢູ່ ນະຄອນຫລວງ Tripoli, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ລີ​ບີ Omar Humaidan ​ໃຫ້​ຮູ້​ວ່າ: ສະພາ​ແຫ່ງ​ຊາດ​ປະ​ເທດ​ນີ້ ​ໄດ້​ຕົກລົງ​ສ້າງ​ຕັ້ງ​ລັດຖະບານ​ໃຫມ່​ໃນ​ວັນ​ທີ 8/9 ຈະ​ມາ​ເຖິງ. ຕາມ​ທ່ານ Omar Humaidan ​ແລ້ວ, ​ທີ່​ວາລະ​ປະຊຸມ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ລີ​ບີ ​ໄດ້​ຕົກລົງ​ຖືເອົາ​ວັນ​ທີ 8/9 ຈະ​ມາ​ເຖິງ​ແມ່ນ​ຈຸດ​ເວລາ​ເພື່ອ​ແຕ່ງ​ຕັ້ງ​ບັນດາ​ທ່ານ​ລັດຖະມົນຕີ​ ​ແລະ ສ້າງ​ຕັ້ງລັດຖະບານ​ຊຸດໃຫມ່​ຢ່າງ​ເປັນ​ທາງ​ການ ​ແລະ ປະຈຸ​ບັນ​ພວມ​ປຶກສາ​ຫາລື​ບັນດາ​ຂໍ້​ສະ​ເຫ​ນີສຳລັບ​ບັນດທ່ານ​ທີ່​ໄດ້​ຮັບ​ການ​ບົ່ງ​ຕົວ​ເປັນ​ນາຍົກລັດຖະມົນຕີ. ນອກ​ນັ້ນ, ວາລະ​ປະຊຸມ​ດັ່ງກ່າວ​ກໍ​ເຫັນ​ດີ​​ເປັນ​ເອກະ​ພາບ​ກັນວ່າ: ການ​ເລືອກ​ຕັ້ງ​ປະທານາທິບໍດີ​ຄັ້ງ​ຕ່າງໆ​ໃນ​ອະນາຄົດ​ຕ້ອງ​ໄດ້​ຮັບ​ການຈັດ​ຕັ້ງ​ຢ່າງ​ຍຸຕິ​ທຳ ​ແລະ ບັນດາຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ບໍ່ມີ​ສ່ວນ​ກ່ຽວຂ້ອງ​ເຖິງ​ການ​ສໍ້​ລາດ​ບັງ​ຫລວງ. ​ໃນ​ວັນ​ດຽວ​ກັນ, ສະພາ​ແຫ່ງ​ຊາດ ລີ​ບີ ​ໄດ້​ຕົກລົງ​​ໃຫ້ສະມາຊິກ​ສະພາ​ແຫ່ງ​ຊາດ 3 ທ່ານຕ້ອງ​ຢຸດ​ງານ ຍ້ອນ​ກ່ຽວຂ້ອງ​ເຖິງ​ອຳນາດ​ການ​ປົກຄອງ​ເກົ່າ​ຂອງ​ການ​ນຳ Muammar Gaddafi
ຂ່າວ/ບົດ​ອື່ນ