ລວບລວມຄຳຄິດຄຳເຫັນປະກອບໃສ່ຮ່າງລັດຖະທຳມະນູນສະບັບປັບປຸງ

ລວບລວມຄຳຄິດຄຳເຫັນປະກອບໃສ່ຮ່າງລັດຖະທຳມະນູນສະບັບປັບປຸງ - ảnh 1
ຮັບ ​​ເອກະສານ​ລວບ​ລວມຄຳ​ຄິດ​ຄຳ​ເຫັນ​ທີ່​​​ປະກອບ​​ ໃສ່ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ
(ພາບ: chinhphu.vn)


(vovworld) - ຕອນ​ເຊົ້າ​ວັນ​ທີ 01/04, ຢູ່​ຮ່າ​ໂນ້ຍ, ຄະນະ​ກຳມະການ​ປັບປຸງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ​ໄດ້​ຮັບ ​​ເອກະສານ​ລວບ​ລວມຄຳ​ຄິດ​ຄຳ​ເຫັນ​ທີ່​​​ປະກອບ​​ ໃສ່ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ຂອງ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ. ເອກະສານ​ລວບ​ລວມຄຳ​ຄິດ​ຄຳ​ເຫັນກວ່າ 8 ລ້ານຄົນ​ຂອງ​ປະຊາຊົນ​ທຸກ​ຊັ້ນ​ວັນນະ​ຜ່ານ​ລະບົບ​ແນວ​ໂຮມ​ປະ​ເທດ​ຊາດ ທີ່​ປະກອບ​ຄຳ​ເຫັນ​ປັບປຸງ, ​ເພີ່ມ​ເຕີ່​ມ​ໃສ່ລັດຖະທຳ​ມະນູນ​ປີ 1992. ​ແຕ່​ໄລຍະ​ທ້ອນ​ໂຮມ​ປະ​ເທດ​ຊາດ​​ເຂົ້າກັນເປັນ​ເ​ອກະພາບ ​ແລະ ຜ່ານ​ການ​ປັບປຸງ​ລັດຖະທຳ​ມະນູນເປັນ 3 ຄັ້ງ, ຍັງ​ບໍ່​ມີ​ເທື່ອ​ໃດ​ທີ່​ປະຊາຊົນມີ​ຄວາມ​ເອົາ​ໃຈ​ໃສ່, ຕິດຕາມ, ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​​ລັດຖະທຳ​ມະນູນ​ຫຼາຍ​ຄື​ຄັ້ງ​ນີ້.  ປະຊາຊົນ​ທຸກ​ຊັ້ນ​ວັນນະ​ຈາກຜູ້​ຊົງ​ຄຸນ​ວຸດ​ທິ, ນັກປັນຍາ​ຊົນ, ຜູ້ດີ​ເດັ່ນ​ໃນ​ບັນດາ​ເຜົ່າ​ສ່ວນ​ໜ້ອຍ, ບັນດາ​ຜູ້​ມີ​ຍົດ​ຖາ​ບັນດາສັກທາງສາສະໜາ, ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ຕ່າງ​ກໍ່​ສຸດ​ຈິດ​ສຸດ​ໃຈ ​ປະກອບ​ບັນດາ​ຄຳ​ຄິດ​ຄຳ​ເຫັນ​ທີ່​ມີ​ຄວາມ​ຮັບ​ຜິດຊອບ, ​ເພື່ອ​ປັບປຸງ, ​ເພີ່ມ​ເຕີ່​ມ​ໃສ່ລັດຖະທຳ​ມະນູນ. ຜ່ານ​ນັ້ນ ​ໄດ້​ສະ​​ແດງ​ໃຫ້​ເຫັນ​ສິດ​ເປ​ັນ​ເຈົ້າ​ຂອງ​ປະຊາຊົນ​ທີ່​ມີ​ຕໍ່​ປະ​ເທດ​ຊາດ, ທີ່​ມີຕໍ່​ການສ້າງສາ​ປະ​ເທດ​ແຫ່ງ​ອຳນາດ​ນິຕິບັນຍັດ​ສັງຄົມ​ນິຍົມ​ຫວຽດນາມ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ບັນດາ​ອົງການສະມາຊິກ ຈະ​ສືບ​ຕໍ່​ຈັດ​ຕັ້ງ​​ເພື່ອ​ໃຫ້​ປະຊາຊົນມີ​ຂໍ້​ສະ​ເໜີ​ແນ​ະ​ປະກອບ​ຄຳ​ຄິດ​ຄຳ​ເຫັນ, ​ໃສ່ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປ​ັບປຸງ ​ຈົນ​ຮອດ​ເວລາ​ທີ່​ສະພາ​ແຫ່ງ​ຊາດ​ຮັບຮອງ​ເອົາ.

 

ຂ່າວ/ບົດ​ອື່ນ