ລະດັບເຕີບໂຕເສດຖະກິດຂອງຫວຽດນາມໃນປີ2015ຈະບັນລຸກວ່າ6,5%
ລະດັບເຕີບໂຕເສດຖະກິດຂອງຫວຽດນາມໃນປີ 2015 ຈະບັນລຸກວ່າ 6,5%
(vovworld) - ລະດັບເຕີບໂຕເສດຖະກິດຂອງຫວຽດນາມໃນປີ 2015 ຈະບັນລຸກວ່າ 6,5%. ນີ້ແມ່ນຕົວເລກທີ່ຖືກຍົກອອກມາໃນວາລະປະຊຸມຄົບຄະນະຄັ້ງທີ 14 ຂອງ ກຳມາທິການເສດຖະກິດ ສະພາແຫ່ງຊາດ ທີ່ນະຄອນ ໂຮ່ຈີມິນ ໃນຕອນເຊົ້າວັນທີ 1/10. ຮອງສາສະດາຈານ, ດຣ ເຈິ່ນຮ່ວາງເງິນ, ຖືວ່າ, ຕົວເລກ ຄາດໝາຍເສດຖະກິດໃນປີ 2016 ແມ່ນສາມາດປະຕິບັດໄດ້, ແຕ່ຈຸດສຸມແມ່ນຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ:
“ຍ້ອນທ່າອ່ຽງຟື້ນຟູເສດຖະກິດຂອງຕົນແມ່ນຈະແຈ້ງທີ່ສຸດ, ປີໜ້າສູງກວ່າປີນີ້. ພິເສດແມ່ນເລື່ອງສ້າງໂຄງປະກອບເສດຖະກິດຄືນໃໝ່, ສ້າງປະຖົມປັດໃຈໃຫ້ແກ່ການພັດທະນາ, ພວກເຮົາບັນລຸໄດ້ບັນດາຜົນງານຢ່າງແນ່ນອນ. ພວກເຮົາໄດ້ມີປະຖົມປັດໃຈເພື່ອພັດທະນາ. ບັນຫາທີ່ຜູ້ມີສິດເລືອກຕັ້ງເອົາໃຈໃສ່ໃນປະຈຸບັນແມ່ນຄຸນນະພາບຊີວິດການເປັນຢູ່. ປັດໃຈສັງຄົມຄວນໄດ້ຮັບຄວາມເອົາໃຈໃສ່ກວ່າອີກໃນປີ 2016“.
ຄາດຄະເນວ່າໃນປີ 2016, ພື້ນຖານເສດຖະກິດຫວຽດນາມ ຈະປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງເຊັ່ນ: ລາຄານຳ້ມັນດີບ ແລະ ລາຄາຜະລິດຕະພັນກະເສດໂລກຈະຫຼຸດລົງ. ປີ 2016, ມີຫຼາຍຕົວເລກຄາດໝາຍໄດ້ວາງອອກເຊັ່ນ: ຍອດຜະລິດຕະພັນພາຍໃນເພີ່ມຂຶ້ນປະມານ 6,7% ເມື່ອທຽບໃສ່ປີ 2015, ຍອດວົງເງິນສົ່ງອອກເພີ່ມຂຶ້ນປະມານ 10% ເມື່ອທຽບໃສ່ປີ 2015.