ລະດົມກຳລັງໃຈຜູ້ປະສົບເຄາະຮ້າຍຜ່ານຜ່າຄວາມເຈັບປວດ,ບື່ນຕົວຂຶ້ນໃນຊີວິດການເປັນຢູ່ ວັນພຸດ ທີ 10 ສິງຫາ ຄ.ສ. 2016 | 14:05:19 ທ່ານ ຮ່ວາງມິງທ໋ວານ ພ້ອມກັບລູກສອນຄົນຖືກຜົນສະທ້ອນຈາກທາດພິດສີສົ້ມ (vovworld) – ເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນວິນາດສະກຳທາດພິດສີສົ້ມ/ດີໂອຊິນ ຫວຽດນາມ (10/8/1961 – 10/8/2016), ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ແຂວງ ລອງອານ ໄດ້ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງເບິ່ງແຍງດູແລ, ລະດົມກຳລັງໃຈບັນດາຜູ້ປະສົບເຄາະຮ້າຍທັງກ່ຽວກັບດ້ານວັດຖຸ ແລະ ຈິດໃຈ. ຕາມນັ້ນແລ້ວ, ສະມາຄົມໄດ້ມອບເຮືອນແຫ່ງສາຍຈິດມິດໃຈ 5 ຫຼັງ, ແຕ່ລະຫຼັງມີມູນຄ່າ 40 ລ້ານດົ່ງ, ໜູນຊ່ວຍແຕ່ລະຄອບຄົວຜູ້ປະສົບເຄາະຮ້າຍສ້ອມແປງເຮືອຊານດ້ວຍຈຳນວນເງິນ 10 ລ້ານດົ່ງ (ຈຳນວນເງິນນີ້ໂດຍບັນດາວິສາຫະກິດໃນບໍລິເວນແຂວງ ອຸປະຖຳ). ນອກຈາກນັ້ນ, ທາງສະມາຄົມກໍ່ໄດ້ມອບເງິນກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈໃຫ້ 3 ຄອບຄົວຜູ້ປະສົບເຄາະຮ້າຍທີ່ປະສົບກັບຄວາມຫຍູ້ງຍາກເປັນພິເສດ, ທີ່ບໍ່ມີເຮືອນຢູ່ດ້ວຍຈຳນວນເງິນ 150 ລ້ານດົ່ງ, ຈັດຕັ້ງການໄປຢື້ຢາມຖາມຂ່າວ ແລະ ມອບຂອງຂວັນໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມໃນບໍລິເວນແຂວງ 150 ພູດ, ເພື່ອແນໃສ່ລະດົມກຳລັງໃຈບັນດາຜູ້ປະສົບເຄາະຮ້າຍຜ່ານຜ່າຄວາມເຈັບປວດ, ສືບຕໍ່ບື່ນຕົວຂຶ້ນໃນຊີວິດການເປັນຢູ່. ວັນທີ 9/8, ແຂວງ ດົ່ງນາຍ ໄດ້ຈັດຕັ້ງການຍ້ອງຍໍຊົມເຊີຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ ດີໂອຊິນເປັນຄົນພິການ 11 ຄົນແຕ່ພະຍາຍາມບື່ນຕົວຂຶ້ນໃນການດຳລົງຊີວິດ, ການຮ່ຳຮຽນ, ການອອກແຮງງານທຳການຜະລິດ. ຕອບກັບ ສົ່ງ ຂ່າວ/ບົດອື່ນ ນາຍົກລັດຖະມົນຕີສະເໜີໃຫ້ລັດວິສາຫະກິດນຳໜ້າໃນການພັດທະນາ ງານບຸນຍິງບັ້ງໄພດອກສາກົນ ດ່າໜັງ 2024: ອີຕາລີ ນຳມາເຊິ່ງຄວາມປະຫຼາດໃຈ ບັນຫາຕ້ານການກໍ່ການຮ້າຍ: ຕີທຳລາຍຫຼາຍເຊີເວີກ່ຽວຂ້ອງເຖິງ IS ຢູ່ ອາເມລິກາ ແລະ ເອີຣົບ ນະຄອນໂຮ່ຈີມິນ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ຟີລິບປິນ ຄົບຮອບ 48 ປີ
ບັນຫາຕ້ານການກໍ່ການຮ້າຍ: ຕີທຳລາຍຫຼາຍເຊີເວີກ່ຽວຂ້ອງເຖິງ IS ຢູ່ ອາເມລິກາ ແລະ ເອີຣົບ
ໄຂກອງປະຊຸມລັດຖະມົນຕີການຕ່າງປະເທດ ກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນແຖວຫນ້າໂລກ
ນະຄອນ ໂຮ່ຈີມິນ ເອົາໃຈໃສ່ເປັນພິເສດເຖິງການເພີ່ມທະວີການຮ່ວມມືກັບບັນດາຄູ່ຮ່ວມມືລາວ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ