ລະນຶກວັນເກີດເຫດແຜ່ນດິນໄຫວ, ຄື້ນຍັກທີ່ຮ້າຍແຮງຢູ່ຍີ່ປຸ່ນ ຄົບຮອບ 1 ປີ

ລະນຶກວັນເກີດເຫດແຜ່ນດິນໄຫວ, ຄື້ນຍັກທີ່ຮ້າຍແຮງຢູ່ຍີ່ປຸ່ນ ຄົບຮອບ 1 ປີ - ảnh 1

ປະ​ເທດ​ຍີ່ປຸ່ນ​ພາຍຫລັງ 1 ປີ ​ເກີ​ດ​ໄພພິບັດ

(ພາບ:vtv.vn)

( vovworld ) – ວັນ​ທີ 11/3, ​ແມ່ນວັນ​ລະນຶກ​ຄົບ​ຮອບ 1 ປີ​ແຫ່ງ​ວັນ​ເກີດເຫດ​ແຜ່ນດິນ​ໄຫວ, ຄື້ນຍັກ​ທີ່​ຮ້າຍ​ແຮງ​ຢູ່​ຍີ່ປຸ່ນ. ວັນ​ທີ 11/3/2011,  ເຫດ​ແຜ່ນດິນ​ໄຫວທີ່​ມີ​ລະດັບ​ຄວາມ​ແຮງ 9 ອົງສາຣິກ​ແຕ​ໄດ້​ເກີດ​ຂື້ນ​ຢູ່​ເຂດ​ທະ​ເລທາງ​ທິດຕາ​ເວັນ​ອອກ​ສ່ຽງ​ເໜືອ ຍີ່ປຸ່ນ. ​ເຫດ​ແຜ່ນດິນ​ໄຫວ​ໄດ້​ກໍ່​ໃຫ້​ເກີດ​ຄື້ນຍັກ​ທີ່​ຮ້າຍ​ແຮງ ມີ​ລວງສູງ​ເຖິງສີ​ບ​ແມດ, ກວາດ​ລ້າງເຂດ​ແຄມ​ທະ​ເລທາງ​ທິດຕາ​ເວັນ​ອອກ​ສ່ຽງ​ເໜືອ ຍີ່ປຸ່ນ ຊື່​ງ​ໄດ້​ເຮັດ​ໃຫ້​ກ່ວາ 16.000 ຄົນ​ເສ​ຍຊີວິດ ​ແລະ ທຳລາຍ​ເຮືອນ​ຊານ, ຊັບ​ສິນ​ຂອງ​ນັບ​ລ້ານ​ຄົນ. ​ເຫດ​ແຜ່ນດິນ​ໄຫວ, ຄື້ນຍັກ​ທີ່​ຮ້າຍ​ແຮງ​ໄດ້​ກໍ່​ໃຫ້​ເກີດ​ການ​ຮົ້ວ​ໄຫຼ​ກຳ​ມັນ​ຕະພາບ​ລັງສີ​ຢູ່ໂຮງງານ​ໄຟຟ້າ​ນີວ​ເຄຼຍ Fukushima ​ເລກ 1. ຕໍ່ໜ້າ​ການ​ທຳລາຍ​ທີ່​ຮ້າ​ຍ​ແຮງ​ຈາກ​ໄພພິບັດ, ຫຼາຍ​ຄົນ​ຄາດ​ວ່າ ຍີ່ປຸ່ນ​ຕ້ອງ​ເສຍ​ເວລາ​ເຖິງ 10 ປີ ​ເພື່ອ​ສາມາດ​ສ້າງ ​ແລະ ​ຟື້ນ​ຕົວ​ເສດຖະກິດ​ໄດ້. ​ແຕ່​ສິ່ງ​ທີ່​ລັດຖະບານ ​ແລະ ປະຊາຊົນ​ຍີ່ປຸ່ນ ​ເຮັດ​​ໄດ້​ໃນ 1 ປີຜ່ານມາ​ແມ່ນ​ບໍ່​ສາມາ​ດ​ເຊື່ອ​ໃຈ​ໄດ້.

   ວັນ​ທີ 9/3, ກ່າວ​ຄຳ​ເຫັນ​ທີ່​ສຳນັກງານສະຫະ​ປະຊາ​ຊາດຢູ່ ນີວຢອກ, ທ່ານ​ເລຂາທິການ​ໃຫ່ຍສະຫະ​ປະຊາ​ຊາດ ບານ​ກີ​ມູນ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ເຄົາລົບ​ນັບຖື​ຕໍ່​ໜ້າບັນດາ​ຄວາມ​ມານະ​ພະຍາຍາມ​ອັນ​ໃຫ່ຍຫຼວງ​ຂອງ​ປະຊາຊົນ ຍີ່ປຸ່ນ ​ໃນ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ໄພພິບັດ​ດັ່ງກ່າວ. ກ່າວ​ຄຳ​ເຫັນ​ທາງ​ສື່​ເອ​ເລກ​ໂຕ​ນິກ “ວໍ​ຊິງ​ຕັນ​ປອສ“, ​ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Yoshihiko Noda ​ໃຫ້​ຄຳໝັ້ນສັນຍາ​ວ່າ ຈະ​ຜ່ານ​ຜ່າ​ທຸກ​ຄວາມ​ທ້າ​ທາຍ​ຈາກ​ໄພພິບັດ​ກ່ອນ​ນີ້ 1 ປີ ​ເພື່ອ​ສ້າງສາ “ປະ​ເທດ​ຍີ່ປຸ່ນ​ໃໝ່“

   ​ເນື່ອງ​ໃນ​ໂອ​ກາ​ນີ້, ບັນດາ​ການ​ເຄື່ອນ​ໄຫວ​ອາ​ໄລ​ຫາ​ໄດ້​ຖືກ​ຈັດ​ຂຶ້ນ​ໃນ​ທົ່ວ​ປະ​ເທດ​ຍີ່ປຸ່ນ. ວັນ​ທີ 11/3, ພິທີ​ສວດ​ມົນ​ພາວະນາ​ໃຫ້​ບັນດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກເຫດ​ແຜ່ນດິນ​ໄຫວ, ຄື້ນຍັກ​ທີ່​ຮ້າຍ​ແຮງ​ຢູ່​ຍີ່ປຸ່ນ ​ໄດ້​ຖືກ​ຈັດ​ຂຶ້ນ​ຢູ່​ພະລາ​ຊະ​ວັງ​ຍີ່ປຸ່ນ. ຢູ່ Fukushima, ​ປະຊາຊົນໄດ້​​ໄຕ້​ທຽນ​ນັບ​ພັນໆອັນ​ເພື່ອ​ອາ​ໄລ​ຫາບັນດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ.

ຂ່າວ/ບົດ​ອື່ນ