ລະເບີດຄັ້ງຕ່າງໆເຮັດໃຫ້ສ.Dagestanສັ່ນສະເທືອນ

ລະເບີດຄັ້ງຕ່າງໆເຮັດໃຫ້ສ.Dagestanສັ່ນສະເທືອນ - ảnh 1
ຕຳຫຼວດ 2 ຄົນມີໜ້າຢູ່ບ່ອນເກີດເຫດ
(ພາບ: AFP)


(vovworld) – ລະ​ເບີດ 2 ຄັ້ງ​ໄດ້​ເຮັດ​ໃຫ້​ເຂດ​ໜຶ່ງ​ຢູ່ ສ. Dagestan ຂຶ້ນ​ກັບ​ລັດ​ເຊຍ ສັ່ນ​ສະ​ເທືອ​ນ​ໃນ​ຕອນ​ຄຳ່​ວັນ​ທີ 18/1, ພາ​​ໃຫ້ 7 ຄົນ​ຖືກ​ບາດ​ເຈັບ. ​​ເຫດ​ລະ​ເບີດ​ໄດ້​​ແນ່​ໃສ່​ຮ້ານ​ອາຫານ​ແຫ່ງ​ໜຶ່ງ​ຢູ່​ນະຄອນຫຼວງ Makhachkala. ຕາມ​ແຫຼ່ງຂ່າວ​ໃນ​ເບື້ອງ​ຕົ້ນ​ແລ້ວ, ບັນດາ​ພວກ​ບຸກ​​ໂຈມ​ຕີ​ໄດ້​ຖິ້ມ​ລະ​ເບີດ​​ໃສ່ຮ້ານ​ອາຫານ​ແຫ່ງ​ນັ້ນ ​ແລະ ວາງລະ​ເບີດ​ໃນ​ລົດ​ໂອ​​ໂຕ​ຄັ້ນ​ໜຶ່ງຢູ່​ໃກ້ໆ​ນັ້ນ.

        ​ເຫດ​ວາງ​ລະ​ເບີດ​ເກີດ​ຂຶ້ນ​ພາຍຫຼັງ​ຊ່ອງ​ໂທລະພາບ​ແຫ່ງ​ລັດ​​ໄດ້​ຖ່າຍ​ທອດ​ການ​ຕອບ​ສຳ​ພາດ​ຂອງ​ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin ກ່ຽວ​ກັບ​ຄວາມ​ມານະ​ພະຍາຍາມ​ຕ້ານ​ກໍ່​ການ​ຮ້າຍ​ຂອງ​ລັດ​ເຊຍ ​ກ່ອນ​ງານ​ມະຫາ​ກຳ​ກິລາ Sochi ພຽງ 2 – 3 ນາທີ. ທ່ານ​ກໍ່​ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ໂລກ​ພ້ອມ​ກັນ​ປະຕິບັດ​ບັນດາ​ຄວາມ​ມານະ​ພະຍາຍາມ​ໃນ​ການຕໍ່​ສູ​້​ຕ້ານ​ກໍ່​ການ​ຮ້າຍ​.

        ​ເດືອນ​ກ່ອນ, ຢູ່​ນະຄອນ Volgograd ​ໃກ້​ກັບ​​ແຂວງ Sochi ກໍ່​ໄດ້​ເກີດ​ການວາງ​ລະ​ເບີດ​ສະຫຼະ​ຊີບ​ຄັ້ງ​ຕ່າງໆ​ຢູ່​ສະຖານີ​ລົດ​​ໄຟ ​ແລະ ລົດ​ໄຟຟ້າ, ​ເຮັດໃຫ້​ຢ່າງ​ໜ້ອຍ​ສຸດ 34 ຄົນ​ເສຍ​ຊີວິດ ​ແລະ ກ່ວາ 100 ຄົນ​ຮັບ​ບາດ​ເຈັບ, ​ອັນ​ໄດ້​ພາ​ໃຫ​້​ລັ​ດ​ເຊຍ ຕ້ອງ​ເພີ່ມທະວີ​ບັນດາ​ມາດ​ຕະການ​ປ້ອງ​ກັນ​ຄວາມ​ສະຫງົບ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ໃນ​ໂອກາດ​ຈັດ​ຕັ້ງ​ງານ​ມະຫາ​ກຳ​ກິລາ​ຈະ​ມາ​ເຖິງ.

 

 


ຂ່າວ/ບົດ​ອື່ນ