ລາຄາປາເພີ່ມຂຶ້ນ, ຜູ້ລ້ຽງປາໃນກະຊັງຢູ່ແຂວງ ບ່າເຣ້ຍ - ຫວູງເຕົາ ມີຄວາມພູມໃຈ

(VOVWORLD) - ຕາມບັນດາຄອບຄົວລ້ຽງປາໃນກະຊັງຢູ່ຕາແສງ ລອງເຊີນ, ນະຄອນ ຫວູງເຕົ່າ, ແຂວງ ບ່າເຣ້ຍ - ຫວູງເຕົາ ແລ້ວ, ສາຍເຫດພາໃຫ້ລາຄາປາເພີ່ມຂຶ້ນສູງແມ່ນຍ້ອນການເຄື່ອນໄຫວຕ່າງໆໄດ້ກັບຄືນສູ່ປົກກະຕິ, ຕະຫຼາດການທ່ອງທ່ຽວພັດທະນາ, ຮ້ານກິນດື່ມໄດ້ເປີດປະຕູເຄື່ອນໄຫວຄືນໃໝ່.
ລາຄາປາເພີ່ມຂຶ້ນ, ຜູ້ລ້ຽງປາໃນກະຊັງຢູ່ແຂວງ ບ່າເຣ້ຍ - ຫວູງເຕົາ ມີຄວາມພູມໃຈ - ảnh 1ພາບປະກອບ

ໃນ 2 ເດືອນມານີ້, ບັນດາປະເພດ ປາລ້ຽງໃນກະຊັງຢູ່ແຂວງ ບ່າເຣ້ຍ - ຫວູງເຕົາ ໄດ້ຮັບການເກັບຊື້ດ້ວຍລາຄາສູງ, ແຕ່ 110.000  ຫາ 290.000 ດົ່ງ/ໂລ, ນີ້ແມ່ນລະດັບລາຄາສູງສຸດໃນຫຼາຍປີມານີ້.

ຕາມບັນດາຄອບຄົວລ້ຽງປາໃນກະຊັງຢູ່ຕາແສງ ລອງເຊີນ, ນະຄອນ ຫວູງເຕົ່າ, ແຂວງ ບ່າເຣ້ຍ - ຫວູງເຕົາ ແລ້ວ, ສາຍເຫດພາໃຫ້ລາຄາປາເພີ່ມຂຶ້ນສູງແມ່ນຍ້ອນການເຄື່ອນໄຫວຕ່າງໆໄດ້ກັບຄືນສູ່ປົກກະຕິ, ຕະຫຼາດການທ່ອງທ່ຽວພັດທະນາ, ຮ້ານກິນດື່ມໄດ້ເປີດປະຕູເຄື່ອນໄຫວຄືນໃໝ່. ການພົວພັນແລກປ່ຽນ, ການຂົນສົ່ງສິນຄ້າກໍ່ສະດວກກ່ວາ ດັ່ງນັ້ນພໍ່ຄ້າຊາວຂາຍກໍ່ມາຊື້ປາເປັນປະຈຳ, ຜະລິດໄດ້ເທົ່າໃດກໍ່ຂາຍໄດ້ເທົ່ານັ້ນ. ທ່ານ ຫງວຽນກົງບຽນ, ຜູ້ລ້ຽງປາຢູ່ຕາແສງ ລອງເຊີນ, ໃຫ້ຮູ້ວ່າ:

“ຊຸມວັນຜ່ານມາ ລາຄາມີການເໜັງຕິງຫຼາຍ, ລາຄາປາປະເພດຕ່າງໆໄດ້ເພີ່ມຂຶ້ນ, ພໍ່ແມ່ປະຊາຊົນໄດ້ຂາຍປາເປັນຈຳນວນຫຼາຍ. ພໍ່ຄ້າຊາວຂາຍຢູ່ແຂວງ ດົ່ງນາຍ, ນະຄອນ ໂຮ່ຈີມິນ ໄດ້ຊື້ປາດ້ວຍລາຄາສູງ, ສູງກ່ວາລາຄາກ່ອນນີ້ 2 ອາທິດ. ”

 

ຕອບກັບ

ຂ່າວ/ບົດ​ອື່ນ