ລາງວັນ U19 ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ 2022: U19 ຫວຽດ​ນາມ ແລະ U19 ໄທ ສະ​ເໝີ​ກັນ ພ້ອມ​ກັນ​ເຂົ້າ​ຮອບ​ຊີງ​ຮອງ​ຊະ​ນະ​ເລີດ

(VOVWORLD) -   U19 ຫວຽດນາມ ຈະເຂົ້າຮອບຊີງຮອງຊະນະເລີດດ້ວຍຖານະເປັນທິມຢືນອັນດັບໜຶ່ງຂອງສາຍ A, ໃນຂະນະນັ້ນ, U19 ໄທ ຢືນອັນດັບທີ 2.
ລາງວັນ U19 ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ 2022: U19 ຫວຽດ​ນາມ ແລະ U19 ໄທ ສະ​ເໝີ​ກັນ ພ້ອມ​ກັນ​ເຂົ້າ​ຮອບ​ຊີງ​ຮອງ​ຊະ​ນະ​ເລີດ - ảnh 1U19 ຫວຽດນາມ ແລະ U19 ໄທ ສະເໝີກັນ ພ້ອມກັນເຂົ້າຮອບຊີງຮອງຊະນະເລີດ (ພາບ: VOV)

ທິມບານເຕະ U19 ຫວຽດນາມ ໄດ້ພົບກັບ ທິມບານເຕະ U19 ໄທ ໃນນັດສຸດທ້າຍຂອງຮອບຄັດເລືອກ ໃນຕອນຄ່ຳວັນທີ 10 ກໍລະກົດ ຢູ່ ອິນໂດເນເຊຍ ດ້ວຍຄະແນນ 1 ປະຕູຕໍ່ 1. ໃນນັດແຂ່ງຂັນທີ່ຍັງເຫຼືອ, U19 ອິນໂດເນເຊຍ ເອົາຊະນະ U19 ມຽນມາ ດ້ວຍ 5 ປະຕູຕໍ່ໜຶ່ງ ແຕ່ບໍ່ສາມາດເຂົ້າຮອບຕໍ່ໄປ ຍ້ອນມີຄະແນນຍິງປະຕູຕ່ຳກວ່າ.

        U19 ຫວຽດນາມ ຈະເຂົ້າຮອບຊີງຮອງຊະນະເລີດດ້ວຍຖານະເປັນທິມຢືນອັນດັບໜຶ່ງຂອງສາຍ A, ໃນຂະນະນັ້ນ, U19 ໄທ ຢືນອັນດັບທີ 2.

 


ຕອບກັບ

ຂ່າວ/ບົດ​ອື່ນ