ລາງວັນທົ່ວປະເທດກ່ຽວກັບຖະແຫຼງຂ່າວການຕ່າງປະເທດ 2017 ມີຄວາມໝາຍສຳຄັນຍິ່ງ

(VOVWORLD) - ທີ່ການປະຊຸມຂ່າວປຸກລະດົມລາງວັນທົ່ວປະເທດກ່ຽວກັບຖະແຫຼງຂ່າວການຕ່າງປະເທດ 2017 ໃນຕອນບ່າຍວັນທີ 30 ພະຈິກ ຢູ່ ຮ່າໂນ້ຍ,
ລາງວັນທົ່ວປະເທດກ່ຽວກັບຖະແຫຼງຂ່າວການຕ່າງປະເທດ 2017 ມີຄວາມໝາຍສຳຄັນຍິ່ງ - ảnh 1ການປະຊຸມຂ່າວ 

“ລາງວັນທົ່ວປະເທດກ່ຽວກັບຖະແຫຼງຂ່າວການຕ່າງປະເທດ 2017 ມີຄວາມໝາຍສຳຄັນຍິ່ງ” ນັ້ນແມ່ນຄຳຢືນຢັນຂອງທ່ານ ຟ້າມວັນລິງ ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງ, ຮອງຫົວໜ້າຄະນະປະຈຳຄະນະຊີ້ນຳວຽກງານຖະແຫຼງຂ່າວການຕ່າງປະເທດ ສູນກາງ, ຫົວໜ້າຄະນະຊີ້ນຳລາງວັນ, ທີ່ການປະຊຸມຂ່າວປຸກລະດົມລາງວັນທົ່ວປະເທດກ່ຽວກັບຖະແຫຼງຂ່າວການຕ່າງປະເທດ 2017 ໃນຕອນບ່າຍວັນທີ 30 ພະຈິກ ຢູ່ ຮ່າໂນ້ຍ, ທ່ານ ຟ້າມວັນລິງ ໃຫ້ຮູ້ວ່າ:
“ປີ 2017 ພວກເຮົາຈັດຕັ້ງລາງວັນທົ່ວປະເທດກ່ຽວກັບຖະແຫຼງຂ່າວການຕ່າງປະເທດ ມີຄວາມໝາຍສຳຄັນຍິ່ງ. ນີ້ແມ່ນປີ ພາຍຫລັງ 10 ປີ ທີ່ຫວຽດນາມ ຈັດຕັ້ງກອງປະຊຸມ APEC ເປັນຄັ້ງທີ 2, ແລະກໍ່ແມ່ນປີ ທີ່ພວກເຮົາສະເຫຼີມສະຫຼອງ 40 ປີແຫ່ງວັນ ຫວຽດນາມ ເຂົ້າເປັນສະມາຊິກຂອງສະຫະປະຊາຊາດ, 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ, 50 ປີແຫ່ງວັນພົວພັນຮ່ວມມື ຫວຽດນາມ - ກຳປູເຈຍ…ສິ່ງນັ້ນສະແດງໃຫ້ເຫັນວ່າ ການເຂົ້າຮ່ວມຢ່າງເລິກເຊິ່ງກ້ວາງຂວາງຂອງ ຫວຽດນາມ ໃນບັນດາກົດລະບຽບສາກົນ ກໍ່ຄືການເຊື່ອມໂຍງເຂົ້າກັບສາກົນ”.

ຕອບກັບ

ຂ່າວ/ບົດ​ອື່ນ