ລາງວັນສື່ມວນຊົນກ່ຽວກັບຫົວເລື່ອງສະພາແຫ່ງຊາດ ແລະ ສະພາປະຊາຊົນປີ 2012

ລາງວັນສື່ມວນຊົນກ່ຽວກັບຫົວເລື່ອງສະພາແຫ່ງຊາດ ແລະ ສະພາປະຊາຊົນປີ 2012 - ảnh 1
(ພາບປະກອບ)

(vovworld) -     ຕອນ​ເຊົ້າ​ວັນ​ທີ 06/01, ຢູ່​ຮ່າ​ໂນ້ຍ, ໜັງສືພິມ​ຜູ້​ແທນ​ປະຊາຊົນຂອງ​ສະພາ​ແຫ່ງ​ຊາດ​ຫວຽດ​ນາມ ​ໄດ້​ຈັດ​ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ປີ 2012 ​ແລະ ມອບ​ລາງວັນສື່​ມວນ​ຊົນ​ກ່ຽວ​ກັບ​ຫົວ​ເລື່ອງ​ສະພາ​ແຫ່ງ​ຊາດ ​ແລະ ສະພາ​ປະຊາຊົນ​ປີ 2012. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ອວງ​ຈູ​ລິວ ​ໄດ້​ເຂົ້າ​ຮ່ວມ. ​ໃນ​ປີ 2012, ໜັງສືພິມ​ຜູ້​ແທນ​ປະຊາຊົນ ​ໄດ້​ປະຕິບັດ​ວຽກ​ງາ​ນຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ບັນດາ​ກອງ​ປະຊຸມ​ສະພາ​ແຫ່ງ​ຊາດ​ເປັນ​ຢ່າງ​ດີ, ​ຕັ້ງ​ໜ້າ​ໂຄສະນາ​ກ່ຽວ​ກັບ​ບັນດາ​ທິດ​ທາງ​ຂອງ​ພັກ, ກຳນົດ​ທິດ​ໃຫ້​ແກ່​ການ​ຂຽນ​ຂ່າວ, ບົດ​​ໃຫ້​ນັກ​ຂ່າວ, ຍົກ​ສູງ​ຄຸນ​ນະພາ​ບ​ເນື້ອ​ໃນ​ຂອງ​ໜັງສືພິມ ​ເພື່ອ​ຊ່ວຍໃຫ້​ຜູ້​ອ່ານ​​ເຂົ້າ​ໃຈ​ກ່ຽວ​ກັບສະພາ​ແຫ່ງ​ຊາດ​ປ່ຽນ​ໃໝ່. ກ່າວ​ຄຳ​ເຫັນທີ່​ກອງ​ປະຊຸມ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງ​ຈູ​ລິວ ​ໄດ້​ຕີ​ລາຄາ​ສູງ​ຄວາມ​ມາ​ນະພະ​ຍາ​ຍາມ​ຂອງ​ບັນດາ​ພະນັກງານ, ນັກ​ຂ່າວບັນນາທິການ​ໜັງສືພິມ​ຜູ້​ແທນ​ປະຊາຊົນເຊິ່ງ​ໄດ້​ປ່ຽນ​ໃໝ່​ການ​ເຄື່ອນ​ໄຫວ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບຂອງ​ໜັງສືພິມ​ທີ່​ສົ່ງ​ເຖິງ​ປະຊາຊົນ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ໄດ້​ເນັ້ນ​ໜັກ​ວ່າ; ປີ 2013, ພ້ອມ​ກັບ​ການຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຂອງ​ກົງຈັກ​ແຫ່ງ​ລັດ, ​ເພີ່ມ​ທະວີ​ປະສິດທິພາບ​ຄຸ້ມ​ຄອງ​ແຫ່ງ​ລັດ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ປະຕິບັດ​ກົດໝາຍ, ສະພາ​ແຫ່ງ​ຊາດ​ສືບ​ຕໍ່​​ໄດ້ຮັບ​ການປ່ຽນ​ໃໝ່ການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ, ປະຕິບັດ​ໜ້າ​ທີ່​ສຳຄັນ​ຄື​ປັບປຸງ​​ລັດຖະທຳ​ມະນຸນປີ 1992, ດຳ​ເນີນ​ການ​ປະຕິບັດ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​​ການ​ລົງ​ຄະ​ແນ​ນສຽງໄວ້​ວາງ​ໃຈ ​ແລະ ປ່ອນ​ບັດໄວ້​ວາງ​ໃຈ​ສຳລັບ​ຜູ້​ດຳລົງຕຳ​ແໜ່​ງ​ໂດຍ​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ​ເລືອກ​ຕັ້ງ ຫຼື ​ໃຫ້​ສັດຕະຍາບັນ. ທີ່​ກອງ​ປະຊຸມ, ໜັງສືພິມ​ຜູ້​ແທນ​ປະຊາຊົນ ​ໄດ້​ມອບ​ລາງວັນ​ສື່​ມວນ​ຊົນ​ກ່ຽວ​ກັບ​ຫົວ​ເລື່ອງ​ສະພາ​ແຫ່ງ​ຊາດ ​ແລະ ສະພາ​ປະຊາຊົນ​ປີ 2012 ​ໃຫ້​ແກ່​ບົດ​ໜັງ​ສື່​ພິມ “ຄວາມ​ຜາ​ສຸກ​ແມ່ນ​ແກ່ນສານ​ຂອງລັດຖະທຳ​ມະນຸ​ນຂອງ​ພວກ​ເຮົາ”.
ຂ່າວ/ບົດ​ອື່ນ