ລາຍການ “ທົ່ວປະເທດຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ” ປີ 2020

(VOVWORLD) -  ຕອນຄ່ຳວັນທີ 17 ຕຸລາ, ທີ່ຮ່າໂນ້ຍ, ຄະນະກຳມະການາສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ສົມທົບກັບຄະນະຊີ້ນຳສູນກາງບັນດາໂຄງການເປົ້າໝາຍແຫ່ງຊາດ ແລະ ໂທລະພາບ ຫວຽດນາມ ຈັດຕັ້ງລາຍການ “ທົ່ວປະເທດຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ” ປີ 2020.
ລາຍການ “ທົ່ວປະເທດຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ” ປີ 2020 - ảnh 1 ລາຍການ “ທົ່ວປະເທດຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ” ປີ 2020 (ພາບ: VGP)

ເປີດສາກລາຍການ, ໂດຍຜ່ານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ມີຄຳຢື້ຢາມຖາມຂ່າວເຖິງພະນັກງານ, ນັກຮົບ ແລະ ປະຊາຊົນບັນດາແຂວງຖືກພາຍຸນ້ຳຖ້ວມ. ຕາງໜ້າການນຳພັກ, ລັດ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ສະແດງຄວາມເສົ້າສະຫຼົດໃຈ ມາຍັງບັນດາຄອບຄົວທີ່ມີຍາດຕິພີ່ນ້ອງຖືກປະສົບເຄາະຮ້າຍຈາກໄພນ້ຳແກ່ງ, ນ້ຳຖ້ວມ.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຂ້ອງ ສະເໜີໃຫ້ຄະນະພັກ, ອຳນາດການປົກຄອງ, ແນວໂຮມປະເທດຊາດ ຫວຽດນາມ, ບັນດາຄະນະ, ຂະແໜງການ, ໝູ່ຄະນະຮີບເຮັ່ງປ້ອງກັນ, ຕ້ານພາຍຸ, ນ້ຳຖ້ວມ; ແກ້ໄຂຜົນຮ້າຍຢ້ອນຫລັງ; ຊ່ວຍເຫຼືອປະຊາຊົນສ້າງຊີວິດການເປັນຢູ່ເປັນປົກກະຕິ, ຟື້ນຟູການຜະລິດໂດຍໄວ.

ກ່າວຄຳເຫັນທີ່ລາຍການ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ: ບັນດາຄວາມມານະພະຍາຍາມຂອງພັກ, ລັດ ແລະ ການຮ່ວມແຮງຮ່ວມໃຈຂອງວົງຄະນະຍາດ, ສັງຄົມ ໄດ້ສ້າງກຳລັງແຮງສັງລວມ, ຊ່ວຍກິດຈະການຫລຸດຜ່ອນຄວາມທຸກຍາກ ບັນລຸໄດ້ໝາກຜົນກະໂດດຂັ້ນ, ໄດ້ຮັບການຮັບຮູ້ຈາກປະຊາຊົນໃນທົ່ວະເທດ ແລະໄດ້ຮັບການຕີລາຄາສູງຈາກ ປະຊາຄົມສາກົນ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຮຽກຮ້ອງໃຫ້ບັນດາວິສາຫະກິດ, ອົງການຈັດຕັ້ງ, ບຸກຄົນຢູ່ພາຍໃນ ແລະ ຕ່າງປະເທດ ຈົ່ງສືບຕໍ່ຮ່ວມເດີນທາງ, ຮ່ວມແຮງຮ່ວມໃຈພ້ອມກັບພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ ມີບັນດາການເຄື່ອນໄຫວແທດຈິງ, ປະກອບສ່ວນອັນໃຫຍ່ຫລວງເຂົ້າໃນກິດຈະການຫລຸດຜ່ອນຄວາມທຸກຍາກກ່ວາອີກ ແລະ ຮັບປະກັນຊີວິດສັງຄົມ; ພິເສດແມ່ນເອົາໃຈໃສ່ການສະໜັບສະໜູນ, ຊ່ວຍເຫຼືອພໍ່ແມ່ປະຊາຊົນພາກກາງທີ່ຮັກແພງພວມຖືກ ເສຍຫາຍຢ່າງໜັກໜ່ວງຈາກໄພນ້ຳແກ່ງ, ນ້ຳຖ້ວນກໍ່ຂຶ້ນ.

ເນື່ອງໃນໂອກາດນີ້, ມີ 220 ຫົວໜ່ວຍ, ອົງການຈັດຕັ້ງ, ບຸກຄົນໄດ້ສະໜັບສະໜູນ ແລະ ໃຫ້ຄຳໝັ້ນໝາຍສະໜັບສະໜູນ ກອງທຶນ “ເພື່ອຄົນທຸກຍາກ” ແລະ ໂຄງການໜູນຊ່ວຍຊີວິດສັງຄົມ ດ້ວຍຈຳນວນເງິນເກືອບ 2.400 ຕື້ດົ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ