ລາຍການ “ບືນຕົວຂຶ້ນຈາກຄວາມຊົງຈຳສີສົ້ມ”

(VOVWORLD) - ຕອນຄ່ຳວັນທີ 27 ສິງຫາ, ຢູ່ຮ່າໂນ້ຍ, ໄດ້ຈັດຕັ້ງລາຍການ “ຍ້ອງຍໍຊົມເຊີຍ ແລະ ມອບທຶນການສຶກສາໃຫ້ລູກ, ຫຼານທະຫານເຈັບປວຍ, ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ດີໂອຊິນ ທີ່ດີເດັ່ນໃນການຮ່ຳຮຽນ ແລະ ຝຶກຝົນຫຼໍ່ຫຼອມ ປີ 2017”. 
ລາຍການ “ບືນຕົວຂຶ້ນຈາກຄວາມຊົງຈຳສີສົ້ມ” - ảnh 1 ລາຍການຈັດຕັ້ງໃນຕອນຄ່ຳວັນທີ 27 ສິງຫາ

ດ້ວຍຫົວຂໍ້ວ່າ “ບືນຕົວຂຶ້ນຈາກຄວາມຊົງຈຳສີສົ້ມ”, ລາຍການແມ່ນການພົບປະຂອງບັນດາພວກນ້ອງອະນຸຊົນດີເດັ່ນໃນການຮ່ຳຮຽນ ແລະ ຝືກຝົນຫຼໍ່ຫຼອມ ໃນສົກປີ 2016 – 2017. ແຕ່ລະຄົນແມ່ນແບບຢ່າງດີເດັ່ນໃນການຮຽນດີ, ບື່ນຕົວຂຶ້ນ, ຍາມໃດກໍ່ຜ່ານຜ່າຄວາມຫຍຸ້ງຍາກ ກາຍເປັນລູກທີ່ຮູ້ຄວາມ, ນັກຮຽນເກັ່ງ. ພົນຕີ ຫງວຽນດິ່ງຈ໋ຽນ, ຫົວໜ້າສະຖາບັນຄົ້ນຄ້ວາ ສີສົ້ມ/ດີໂອຊິນ, ຫົວໜ້າຄະນະຈັດຕັ້ງລາຍການ ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າຫວັງວ່າ ດ້ວຍການສະໜັບສະໜູນຂອງບັນດາອົງການ, ສ່ວນບຸກຄົນ ແລະ ໝູ່ຄະນະຂອງວົງຄະນະຍາດ, ລາຍການ “ເຊື່ອມຕໍ່ຄວາມຮັກແພງ, ມຸ່ງໄປເຖິງອະນາຄົດ” ຈະກາຍເປັນການເຄື່ອນໄຫວມີຄວາມໝາຍໃນແຕ່ລະປີ, ແມ່ນແຫຼ່ງລະດົມກຳລັງໃຈ, ໃຫ້ພວກລູກ, ຫຼານຂອງຄອບຄົວທະຫານເສຍອົງຄະ, ທະຫານເຈັບປວຍ, ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ໃນການດຳລົງຊີວິດ. ພ້ອມນັ້ນ, ເປີດເສັ້ນທາງໃໝ່ແຫ່ງການແບ່ງປັນຄວາມຫຍຸ້ງຍາກ, ລະດົມກຳລັງໃຈມັກການຮ່ຳຮຽນ, ເພີ່ມພູນຄູນສ້າງບັນດາລຸ້ນຄົນໃໝ່ຂອງປະເທດຊາດ.”

ຕອບກັບ

ຂ່າວ/ບົດ​ອື່ນ