ລາຍການ “ສະຫວັດດີການໃຫ້ແກ່ຊາວຜູ້ອອກແຮງງານ” ເບິ່ງແຍງດູແລໃຫ້ກຳມະກອນດ້ວຍການນຳໃຊ້ໂປຼແກຼມເຕັກໂນໂລຊີ

(VOVWORLD) - ຕອນບ່າຍວັນທີ 26 ທັນວາ, ສະຫະສະມາຄົມບັນດາວິສາຫະກິດເຂດອຸດສາຫະກຳນະຄອນ ໂຮ່ຈີມິນ (HBA)
ລາຍການ “ສະຫວັດດີການໃຫ້ແກ່ຊາວຜູ້ອອກແຮງງານ” ເບິ່ງແຍງດູແລໃຫ້ກຳມະກອນດ້ວຍການນຳໃຊ້ໂປຼແກຼມເຕັກໂນໂລຊີ - ảnh 1ລາຍການ “ສະຫວັດດີການໃຫ້ແກ່ຊາວຜູ້ອອກແຮງງານ” ເບິ່ງແຍງດູແລໃຫ້ກຳມະກອນດ້ວຍການນຳໃຊ້ໂປຼແກຼມເຕັກໂນໂລຊີ (ພາບ: hcmcpv.org.vn)  

ໄດ້ຈັດຕັ້ງພິທີປະກາດລາຍການສະຫວັດດີການໃຫ້ແກ່ຊາວຜູ້ອອກແຮງງານ “ປ່ຽນແປງຊີວິດການເປັນຢູ່”, ແນໃສ່ຂົນຂວາຍ ແລະ ໜູນຊ່ວຍບັນດາວິສາຫະກິດຈັດຕັ້ງບັນດາລາຍການເບິ່ງແຍງດູແລກຳມະກອນ, ຊາວຜູ້ອອກແຮງງານແບບຍືນຍົງ.

        ທ່ານ ເຈິ່ນທຽນລອງ, ເລຂາທິການໃຫຍ່ສະຫະສະມາຄົມບັນດາວິສາຫະກິດເຂດອຸດສາຫະກຳນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ:

        ສະຫະສະມາຄົມກໍ່ຈະໃຫ້ຄຳປຶກສາໜູນຊ່ວຍເພື່ອໃຫ້ບັນດາວິສາຫະກິດໃນເຂດອຸດສາຫະກຳຜະລິດສົ່ງອອກ ສ້າງຄຸນຄ່າທາງດ້ານສະຫວັດດີການໃຫ້ແກ່ຊາວຜູ້ອອກແຮງງານ. ພື້ນຖານເຕັກໂນໂລຊີຈະຊ່ວຍໃຫ້ຊາວຜູ້ອອກແຮງງານສຳຜັດກັບບັນດາສະຫວັດດີການຂອງລາຍການຢ່າງມີປະສິດທິຜົນ. ນັ້ນແມ່ນສະຫວັດດີການກ່ຽວກັບການຊື້ເຄື່ອງຂອງ, ກ່ຽວກັບການເບິ່ງແຍງດູແລສຸຂະພາບ, ການລະຫຼິ້ນບັນເທິງ, ການຂົນສົ່ງຂົນຍ້າຍ, ເຮັດແນວໃດເພື່ອໃຫ້ຊີວິດການເປັນຢູ່ຂອງກຳມະກອນມີການປ່ຽນແປງດີຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ