ລາຍການພົບປະແບບຢ່າງດີເດັ່ນໃນການຮ່ຳຮຽນ,ປະຕິບັດຕາມແນວຄິດ, ຄຸນສົມບັດປະທານໂຮ່ຈິມິນ

(VOVWORLD) -ຕອນຄ່ຳວັນທິ 24 ສິງຫາ, ຢູ່ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງ ໄດ້ສົມທົບກັບໂທລະພາບຫວຽດນາມ ແລະ ຄະນະພັກນະຄອນຮ່າໂນ້ຍ ຈັດລາຍການພົບປະແລກປ່ຽນ ແບບຢ່າງດີເດັ່ນໃນການຮ່ຳຮຽນ, ປະຕິບັດຕາມແນວຄິດ, ຄຸນສົມບັດປະທານໂຮ່ຈິມິນ.
ລາຍການພົບປະແບບຢ່າງດີເດັ່ນໃນການຮ່ຳຮຽນ,ປະຕິບັດຕາມແນວຄິດ, ຄຸນສົມບັດປະທານໂຮ່ຈິມິນ - ảnh 1 (ລາຍການພົບປະແບບຢ່າງດີເດັ່ນໃນການຮ່ຳຮຽນ,ປະຕິບັດຕາມແນວຄິດ, ຄຸນສົມບັດປະທານໂຮ່ຈິມິນ)

ເຂົ້າຮ່ວມລາຍການມີທ່ານ ຫວໍວັນເຖືອງ, ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ; ທ່ານ ຫງວຽນເທກີ໋, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ (VOV); ທ່ານ ເຈີ່ນບິ່ງມິງ, ຜູ້ອຳນວຍການໃຫຍ່ໂທລະພາບຫວຽດນາມ.

        ທີ່ການພົບປະແລກປ່ຽນ, ບັນດາແບບຢ່າງດີເດັ່ນໄດ້ແບ່ງປັນບັນດາເລື່ອງລາວທີ່ແທດຈິງກ່ຽວກັບການຮ່ຳຮຽນ, ປະຕິບັດຕາມແນວຄິດ, ຄຸນສົມບັດປະທານໂຮ່ຈິມິນ ໃນການດຳລົງຊີວິດ ແລະ ຊີວິດປະຈຳວັນ ຄື ນາງຂາວ ທິກນື້ອວຽນລຽນ, ເຈົ້າອາວາດວັດໂຝກວາງ, ນະຄອນກວາງຫງ້າຍ, ແຂວງກວາງຫງ້າຍ ໄດ້ແບ່ງປັນກ່ຽວກັບວິວັດການລ້ຽງດູ, ສິດສອນເດັກກຳພ້າ, ເດັກທີ່ປະສົບກັບຄວາມຫຍຸ້ງຍາກຢູ່ວັດ ຫຼື ຮ້ອຍເອກ ດ່ວານຕືທຽນ, ຄະນະການເມືອງຄະນະບັນຊາການທະຫານເມືອງ ຕຸຍດຶກ, ແຂວງດັກນົງ ໄດ້ແບ່ງປັນກ່ຽວກັບວຽກງານປະຕິບັດນະໂຍບາຍແນວຫຼັງຂອງກອງທັບ; ເຂົ້າຮ່ວມວຽກງານຊອກຫາ, ທ້ອນໂຮມອັດຖິທະຫານທີ່ເສຍສະຫຼະຊີວິດເພື່ອຊາດ…

ຕອບກັບ

ຂ່າວ/ບົດ​ອື່ນ