ລາຍການພົວພັນແລກປ່ຽນວັດທະນະທຳຍີ່ປຸ່ນ-ບັກນີງ

ລາຍການພົວພັນແລກປ່ຽນວັດທະນະທຳຍີ່ປຸ່ນ-ບັກນີງ - ảnh 1
ການພົວພັນແລກປ່ຽນຈັດຕັ້ງໃນວັນທີ 20/3
(ພາບ: Thái Hùng/TTXVN)


(vovworld) – ຕອນ​ຄຳ​່ວັນ​ທີ 20/3, ຢູ່​ນະຄອນ ບັກ​ນີງ, ຄະນະ​ກຳມະການ​ປະຊາຊົນ​ແຂວງ ບັກ​ນີງ ​ໄດ້​ສົມທົບ​ກັບ​ບໍລິສັດ​ຄວາມ​ກ້າວໜ້າ​ສາກົນ (AIC), ສະຫະ​ສະມາຄົມ​ວັດທະນະທຳ​ສາກົນ ຍີ່ປຸ່ນ Wanokai ຈັດ​ຕັ້ງ​ງານ​ບຸນ​ດອກ​ສະກຸ​ຣະ ​ແລະ ລາຍການ​ພົວພັນ​ແລກປ່ຽນ​ວັດທະນະທຳ ຍີ່ປຸ່ນ - ​ບັກ​ນີງ. ທ່ານ ຫວໍ​ວັນ​ເຖືອ​ງ, ຫົວໜ້າ​ຄະນະ​ໂຄ​ສະ​ນາ​ສຶກສາ​ສູນ​ກາງ ​ເຂົ້າ​ຮ່ວມ​ລາຍການ.

        ລາຍການ​ພົວພັນ​ແລກປ່ຽນ​ວັດທະນະທຳ ​ໄດ້​ເປີດ​ສາກ​ດ້ວຍ​ບັນດາ​ບົດ​ເພງ, ການ​ຕີ​ກອງ​ສິລະ​ປະ​ທີ່​ເປັນ​ເອກະລັກ​ສະ​ເພາະ​ໂດຍ​ບັນດາ​ນັກ​ຮ້ອງ ​ແລະ ນັກ​ສິລະ​ປິນຜູ້ດີ​ເດັ່ນ​ຂອງ ຍີ່ປຸ່ນ​ສະ​ແດງ.  ຄະນະ​ຈັດ​ຕັ້ງ​ຍັງ​ໄດ້​ວາງສະ​ແດງ​ດອກ​ສະກະຣະ 1.000 ງ່າ ​ແລະ ຕົ້ນ ສະກະຣະ 50 ຕົ້ນ​ທີ່​ໄດ້​ສົ່ງ​ມາຈາກ ຍີ່ປຸ່ນ, ຢູ່​ສູນວັດທະນະທຳ ກີ​ງບັກ, ນະຄອນ ບັກ​ນີງ, ລາຍການ​ໄດ້ດຶງ​ດູດປະຊາຊົນ​ນັບ​ພັນ​ຄົນມາ​ຊົມ. ລາຍການ​ຈະ​ດຳ​ເນີ​ດຮອດ​ວັນ​ທີ 22/3/2016.


ຂ່າວ/ບົດ​ອື່ນ