ລາຍການສະ​ແດງ​ສິລະ​ປະ “ບຸ​ນ​ເຕັດ​ເພື່ອ​ຜູ້​ປະສົບ​ເຄາະ​ຮ້າຍຈາກ​ທາດ​ພິດ​ສີ​ສົ້ມ”

(VOVWORLD) -ຕອນຄໍ່າວັນທີ 15 ມັງກອນ, ຢູ່ຮ່າໂນ້ຍ, ສູນກາງສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ຫວຽດນາມ ໄດ້ຈັດຕັ້ງລາຍການສະແດງສິລະປະເພື່ອຕອບບຸນແທນຄຸນ ດ້ວຍຫົວຂໍ້ “ບຸນເຕັດເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຫວຽດນາມ ຄັ້ງທີ 2 ປີ 2020”. 
ລາຍການສະ​ແດງ​ສິລະ​ປະ “ບຸ​ນ​ເຕັດ​ເພື່ອ​ຜູ້​ປະສົບ​ເຄາະ​ຮ້າຍຈາກ​ທາດ​ພິດ​ສີ​ສົ້ມ” - ảnh 1

        ການມອບໃບຍ້ອງຍໍແກ່ບັນດາຜູ້ໃຈບຸນໃຈກຸສົນທີ່ໄດ້ໃຫ້ການຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ (ພາບ: daidoanket.vn)

        ລາຍການດັ່ງກ່າວ ໂດຍສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນຫວຽດນາມ ສົມທົບກັບວາລະສານທາດພິດສີສົ້ມ/ດີໂອຊີນຫວຽດນາມປຸກລະດົມ ມາແຕ່ວັນທີ 1 ມັງກອນ ປີ 2020. ໄລ່ມາຮອດປັດຈຸບັນ ລາຍການດ່ັງກ່າວ ໄດ້ຈັດຕັ້ງການຢ້ຽມຢາມ, ມອບເຮືອນແຫ່ງສາຍຈິດມິດໃຈ ແລະ ມອບຂອງຂວັນໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມກວ່າ 1.200 ຄົນ ຢູ່ 22 ແຂວງ, ນະຄອນໃນທົ່ວປະເທດ ດ້ວຍຈໍານວນເງິນທັງໝົດແມ່ນ 1 ຕື້ ດົ່ງ (ປະມານ 43.000 USD). ທ່ານພັນເອກ ເຈິ່ນດິ່ງຕິກ, ບັນນາທິການໃຫຍ່ ວາລະສານທາດພິດສີສົ້ມ/ດີໂອຊີນ ຫວຽດນາມ ໃຫ້ຮູ້ວ່າ:

        “ເຖິງວ່າມູນຄ່າດ້ານວັດຖຸບໍ່ຫຼາຍກໍ່ຕາມ, ແຕ່ມີຄວາມໝາຍວັດທະນະທໍາມະນຸດທີ່ສຸດ, ຊ່ວຍເຫຼືອ ແລະ ລະດົມກໍາລັງໃຈໂດຍກົງໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມໄດ້ຕ້ອນຮັບບຸນປີໃໝ່ດ້ວຍຄວາມເບີກບານມ່ວນຊື່ນ, ຄວາມອົບອຸ່ນ ແລະ ກໍແມ່ນການກະທໍາທີ່ກໍາລັງແຜ່ຂະຫຍາຍຕໍ່ປະຊາຄົມຊາວຫວຽດນາມທີ່ຢູ່ພາຍໃນ ແລະ ຕ່າງປະເທດ ສືບຕໍ່ມີການກະທໍາຮ່ວມກັບວາລະສານທາດພິດສີສົ້ມ”.


ຕອບກັບ

ຂ່າວ/ບົດ​ອື່ນ