ລາຍ​ການ​ສະ​ແດງ​ສິ​ລະ​ປະ “ຮັກ​ສາ​ຄວາມ​ເຊື່ອ​ໝັ້ນ”

(VOVWORLD) - ວັນທີ 31 ມັງກອນ, ຢູ່ຮ່າໂນ້ຍ, ລາຍການສະແດງສິລະປະ “ຮັກສາຄວາມເຊື່ອໝັ້ນ” ປີ 2024 ໄດ້ຈັດຂຶ້ນ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຄົບຮອບ 94 ປີ (3/2/1930 – 3/2/2024). 
ລາຍ​ການ​ສະ​ແດງ​ສິ​ລະ​ປະ “ຮັກ​ສາ​ຄວາມ​ເຊື່ອ​ໝັ້ນ” - ảnh 1ລາຍການສະແດງສິລະປະ “ຮັກສາຄວາມເຊື່ອໝັ້ນ” (ພາບ: TTXVN)

ລາຍການແມ່ນໂອກາດຫວນຄືນໄລຍະປະຫວັດສາດທີ່ສະຫງ່າອົງອາດຂອງພັກ, ບັນດາຂີດໝາຍທີ່ສະຫງ່າງາມ, ຜົນສຳເລັດທີ່ຍິ່ງໃຫຍ່ມີຄວາມໝາຍປະຫວັດສາດຂອງ ການປະຕິວັດ ຫວຽດນາມ ພາຍໃຕ້ການຊີ້ນຳຂອງພັກ, ຢັ້ງຢືນເສັ້ນທາງ 94 ປີແຫ່ງການຕໍ່ສູ້, ສ້າງສາ ແລະ ພັດທະນາປະເທດຊາດ, ຫວນຄືນບັນດາບົດຮຽນປະສົບກັນຜ່ານຜ່າຄວາມລຳບາກກາກກຳ, ການເສຍສະຫຼະຊີວິດ ພ້ອມກັບໄຊຊະນະອັນສະຫງ່າລາສີໂດຍປະຊາຊົນ ຍາດໄດ້ ພາຍໃຕ້ການຊີ້ນຳນຳພາຂອງ ພັກ ແລະ ປະທານ ໂຮ່ຈີມິນ; ມີຄວາມເຂົ້າໃຈ ແລະ ເອກອ້າງທະນົບໃຈຕໍ່ຊົນຊາດ, ຕໍ່ພັກກອມມູນິດ ຫວຽດນາມ. ລາຍການກໍ່ປະກອບສ່ວນຢັ້ງຢືນ ການຊີ້ນຳນຳພາອັນສະຫຼາດສ່ອງໄສ ຂອງພັກ ໃນການຕໍ່ສູ້ຕ້ານສັດຕູ 2 ຄັ້ງ, ທ້ອນໂຮມປະເທດຊາດ ເປັນເອກະພາບ, ປົກປັກຮັກສາ ອະທິປະໄຕອັນສັກກະລະບູຊາ ຂອງປະເທດຊາດ, ບັນດາບາດກ້າວຫັນປ່ຽນຢ່າງແຮງຂອງປະເທດຊາດພາຍຫຼັງ ມີພັກກອມມູນິດ ຫວຽດນາມ ພາທາງ.

ຕອບກັບ

ຂ່າວ/ບົດ​ອື່ນ