ລາຍການສະແດງສິລະປະ“ມຸ່ງໄປເຖິງທະເລ,ໝູ່ເກາະຂອງປະເທດຊາດ”

ລາຍການສະແດງສິລະປະ“ມຸ່ງໄປເຖິງທະເລ,ໝູ່ເກາະຂອງປະເທດຊາດ” - ảnh 1
ພາບປະກອບ:internet


vovworld)-ຕອນ​ຄຳ່​ວັນ​ທີ 16/8 ຢູ່ ນະຄອນ​ໂຮ່ຈິ​ມີນ, ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ສົມທົບ​ກັບ​ວິທະຍຸ​ໂທລະພາບ ​ໂຮ່ຈິ​ມີນ ຈັດ​ຕັ້ງ​ລາຍການ​ພົບປະ​ແລກປ່ຽນສະ​ແດງ​ສິລະ​ປະ​ທີ່​ມີ​ຫົວ​ຂໍ້​ວ່າ: ມຸ່ງ​ໄປ​ເຖິງ​ທະ​ເລ,ໝູ່​ເກາະ​ຂອງ​ປະ​ເທດ​ຊາດ” ​ເພື່ອ​ຂົນຂວາຍ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ ປະກອບສ່ວນ​ໃຫ້​ແກ່ “ກອງ​ທຶນ​ເຈື່ອງ​ຊາ​ທີ່​ຮັກ​ແພງ”ປີ 2013. ຜ່ານ​ບັນດາ​ລາຍການ​ສິລະ​ປະ​ທີ່​ເປັນ​ເອກະ​ລັກ, ລາຍການ​ໄດ້​ປະກອບສ່ວນ​ໂຄສະນາ​ກ່ຽວກັບ​ສະຕິ​ອະທິປະ​ໄຕທະ​ເລ, ໝູ່​ເກາະ, ຍ້ອງຍໍ​ການ​ເສ​ຍສະຫລະ, ຄວາມ​ອົງ​ອາດ​ກ້າ​ແກ່ນ​ຂອງ​ບັນດາ​ພະນັກງານ, ນັກຮົບ​ ປົກ​ປັກ​ຮັກສາ​ທ​ະ​ເລ, ໝູ່​ເກາະ ກໍ​ຄື​ອາລົມ​ຈິດ​ຂອງ​ປະຊາຊົນ​ໃນ​ທົ່ວ​ປະ​ເທດ​ຍາມ​ໃດ​ກໍ​ອວ່າ​ຍຫນ້າ​ມາ​ຫາ​​ໝູ່​ເກາະ​ເຈື່ອງຊາ. ​​ໃນ​ລາຍການ ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ​ໄດ້​ບໍລິຈາກ​ຈຳນວນ​ເງິນ​ກວ່າ 24 ຕື້​ດົ່ງ​ເພື່ອ​ສະຫນັບສະຫນູນ​ກອງ​ທຶນ​ເພື່ອ​ເຈື່ອງ​ຊາ​ຮັກ​ແພງ. ທີ່​ການ​ພົບ​ປະ​ແລກປ່ຽນ, ພົນ​ເຮືອ​ຕີ ດີງຢາ​ເທີ​ດ, ກຳມະການ​ການ​ເມືອງ​​ເຫລົ່າ​ທັບ​ກອງທັບ​ເຮືອ ​ໃຫ້​ຮູ້​ວ່າ:    “​ໃນ​ຫລາຍ​ປີຜ່ານມາ, ອົງຄະ​ນະ​ພັກ ​ແລະ ອຳນາດ​ການ​ປົກຄອງ, ປະຊາຊົນ​ນະຄອນ​ໂຮ່ຈິ​ມີນ ພ້ອມ​ກັບ​ປະຊາຊົນ​ໃນ​ທົ່ວ​ປະ​ເທດ​ຍາມ​​ໃດ​ກໍ​ອ່ວາຍ​ຫນ້າ​ມາ​ຫາ​ທະ​ເລ​ໝູ່​ເກາະ, ​ໄຫ​ລ່ທະວີບ​ທີ່​ສັກ​ກະລະ​ບູຊາ​ຂອງ​ປະ​ເທດ​ຊາດ. ດ້ວຍ​ການ​ສະຫນັບສະຫນູນ​ອັນ​ໃຫຍ່​ຫລວງ ​ໄດ້​ປະກອບສ່ວນ​ເຮັດ​ໃຫ້​​ໂສມ​ຫນ້າ, ທີ່​ຕັ້ງ ​ແລະ ຄວາມ​ໝັ້ນຄົງ​ຂອງ​ເຈື່ອງ​ຊາ ​ແລະ ​ຮ້ານຍາມ DK 1.”

ຂ່າວ/ບົດ​ອື່ນ