ລາຍການສະແດງສິລະປະສະເຫຼີມສະຫຼອງ 100 ປີແຫ່ງວັນຄ້າຍວັນເກີດນັກ ດົນຕີ ວັນກາວ

(VOVWORLD) - ລາຍການສະແດງສິລະປະ “ຝຸງນົກ ຫວຽດ” ໄດ້ຮັບການຈັດຕັ້ງຂຶ້ນກົງກັບໂອກາດສະເຫຼີມສະຫຼອງ 78 ປີແຫ່ງວັນການປະຕິວັດເດືອນ ສິງຫາ ແລະ ວັນຊາດ ຫວຽດນາມ (ວັນທີ 2 ກັນຍາ), ນີ້ແມ່ນເຫດການດົນຕີສຳຄັນຂອງສະມາຄົມນັກດົນຕີ ຫວຽດນາມ ໃນປີ 2023 ນີ້ດ ເພື່ອແນໃສ່ເຊີດຊູບັນດາຄຸນຄ່າອັນໃຫຍ່ຫຼວງ ແລະ ຫົວຄິດປະດິດສ້າງ...
 
ລາຍການສະແດງສິລະປະສະເຫຼີມສະຫຼອງ 100 ປີແຫ່ງວັນຄ້າຍວັນເກີດນັກ ດົນຕີ ວັນກາວ - ảnh 1ທ່ານ ປະທານປະເທດ ຫວໍວັນເຖືອງ ແລະ ທ່ານ ອະດີດປະທານປະເທດ ຫງວຽນຊວນຟຸກ ເຂົ້າຮ່ວມລາຍການ
(ພາບ:VOV)

ຕອນຄ່ຳວັນທີ 20 ສິງຫາ, ລາຍການສະແດງສິລະປະດ້ວຍຫົວຂໍ້ວ່າ “ຝູງນົກ ຫວຽດ”, ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດນັກປະພັນ, ນັກຈິດຕະກອນ ວັນກາວ ຄົບຮອບ 100 ປີ (1923 – 2023) ໄດ້ດຳເນີນໄປດ້ວຍຄວາມປະທັບໃຈຢູ່ ໂຮງລະຄອນໃຫຍ່ ຮ່າໂນ້ຍ ແລະ ສະໜາມຫຼວງ ການປະຕິວັດເດືອນ ສິງຫາ. ເຂົ້າຮ່ວມເຫດການມີທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ທ່ານອະດີດປະທານປະເທດ ຫງວຽນຊວນຟຸກ.

        ລາຍການສະແດງສິລະປະ “ຝຸງນົກ ຫວຽດ” ໄດ້ຮັບການຈັດຕັ້ງຂຶ້ນກົງກັບໂອກາດສະເຫຼີມສະຫຼອງ 78 ປີແຫ່ງວັນການປະຕິວັດເດືອນ ສິງຫາ ແລະ ວັນຊາດ ຫວຽດນາມ (ວັນທີ 2 ກັນຍາ), ນີ້ແມ່ນເຫດການດົນຕີສຳຄັນຂອງສະມາຄົມນັກດົນຕີ ຫວຽດນາມ ໃນປີ 2023 ນີ້ດ ເພື່ອແນໃສ່ເຊີດຊູບັນດາຄຸນຄ່າອັນໃຫຍ່ຫຼວງ ແລະ ຫົວຄິດປະດິດສ້າງ, ການອຸທິດສ່ວນອັນດີເລີດຂອງນັກດົນຕີ ວັນກາວ ທີ່ມີຕໍ່ພື້ນຖານດົນຕີ ເວົ້າສະເພາະ ແລະ ຂອງພື້ນຖານວັດທະນາທຳ ສິລະປະຂອງປະເທດຊາດເວົ້າລວມ.

ຕອບກັບ

ຂ່າວ/ບົດ​ອື່ນ