ລາຍການສະແດງສິລະປະສະເຫລີມສະຫລອງ70ປີແຫ່ງວັນທະຫານເສຍອົງຄະແລະນັກຮົບເສຍສະຫລະຊີວິດເພື່ອຊາດ27/7

(VOVWORLD) -ຕອນຄ່ຳວັນທີ 22 ກໍລະກົດ, ຢູ່ ໂຮງລະຄອນວິທະຍຸກະຈາຍສຽງຫວຽດນາມ ເຮືອນເລກທີ 58 ຖະຫນົນ ກວານຊື ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງ, ສື່ເອເລັກໂຕນິກພັກກອມມູນິດຫວຽດນາມ ແລະ ວິທະຍຸກະຈາຍສຽງຫວຽດນາມ ສົມທົບກັນຈັດຕັ້ງລາຍການສະແດງສິລະປະ
ລາຍການສະແດງສິລະປະສະເຫລີມສະຫລອງ70ປີແຫ່ງວັນທະຫານເສຍອົງຄະແລະນັກຮົບເສຍສະຫລະຊີວິດເພື່ອຊາດ27/7 - ảnh 1 ການເຄື່ອນໄຫວ

ສະເຫລີມສະຫລອງ70ປີແຫ່ງວັນທະຫານເສຍອົງຄະແລະນັກຮົບເສຍສະຫລະຊີວິດ  ເພື່ອຊາດ

ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ບັນດາຄອບຄົວໃນເປົ້າໝາຍນະໂຍບາຍ, ທະຫານເສຍອົງຄະ, ທະຫານເຈັບປ່ວຍ, ບັນດາຄອບຄົວນັກຮົບເສຍສະຫລະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດໃນທົ່ວປະເທດ. ເນື້ອໃນລາຍການລວມມີ: ການສະແດງບົດເພງ,ດົນຕີ ວາດຟ້ອນຕ່າງໆພ້ອມກັບບົດສາລະຄະດີ ຜ່ານນັ້ນໄດ້ຊ່ວຍໃຫ້ຜູ້ຊົມ ມີຄວາມເອກອ້າງທະນົງໃຈກ່ຽວກັບຄຸນງາມຄວາມດີອັນໃຫຍ່ຫລວງຂອງບັນດານັກຮົບທີ່ເສຍສະຫລະຊີວິດເພື່ອຊາດ, ທະຫານເສຍອົງຄະ, ທະຫານເຈັບປ່ວຍ, ບັນດາແມ່ຫວຽດນາມ ວິລະຊົນ ພ້ອມກັບບັນດາຄອບຄົວມີຄຸນງາມຄວາມດີຕໍ່ການປະຕິວັດ. ນັກດົນຕີ ຢວ໋ານງວຽນ, ຮອງຜູ້ອຳນວຍການໃຫຍ່ ໂຮງລະຄອນ ວິທະຍຸກະຈາຍສຽງຫວຽດນາມ ໃຫ້ຮູ້ວ່າ:

        “ ບັນດານັກສິລະປິນຂອງວິທະຍຸກະຈາຍສຽງຫວຽດນາມ ຍາມໃດກໍ່ອຸທິດສ່ວນຈົນສຸດຄວາມສາມາດຂອງຕົນເພື່ອອາໄລຫາ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບວິລະຊົນທີ່ໄດ້ເສຍສະຫລະຊີວິດເພື່ອຊາດ.”

ຕອນຄ່ຳວັນດຽວກັນ, ໂທລະພາບນະຄອນ ໂຮ່ຈິມີນ ແລະ ນະຄອນຫລວງ ຮ່າໂນ້ຍ ກໍ່ໄດ້ຈັດຕັ້ງ ລາຍການຖ່າຍທອດສົດ ເພື່ອສະເຫລີມສະຫລອງ 70 ປີ ແຫ່ງວັນທະຫານເສຍອົງຄະແລະນັກຮົບເສຍສະຫລະຊີວິດເພື່ອຊາດ27/7.

ຕອບກັບ

ຂ່າວ/ບົດ​ອື່ນ